VOV WorldVOV World
ນັກ​ຊ່ຽວ​ຊານ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຍາມ​ໃດ​ກໍ​ຢູ່​ໃນດວງ​ໃຈ​ຂອງ​ເພື່ອນ​ມິດ​ກຳ​ປູ​ເຈຍ
13/09/2020 00:00
(VOVWORLD) -ໂດຍເຈືອຈານເຂົ້າກັບບັນຍາກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7/9/1945 – 7/9/2020), ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ກຳປູເຈຍ ໄດ້ພົບປະກັບພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ເພື່ອ ທົບທວນຄືນບັນດາເລື່ອງລາວກ່ຽວກັບໄລຍະເຮັດວຽກກັບຖັນແຖວບັນນາທິການ, ນັກເຕັກນິກ ຂອງວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ໄປຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ນັບແຕ່ຊຸມວັນທຳອິດທີ່ປະເທດ ກຳປູເຈຍ ຫາກໍຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ຂະແມແດງ. ຕໍ່ໄປນີ້ ເຊີນທ່ານພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ພົບປະກັບບັນດາໝູ່ເພື່ອນ ກຳປູເຈຍ.
ນັກ​ຊ່ຽວ​ຊານ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຍາມ​ໃດ​ກໍ​ຢູ່​ໃນດວງ​ໃຈ​ຂອງ​ເພື່ອນ​ມິດ​ກຳ​ປູ​ເຈຍ
ເຖິງວ່າໄດ້ມາໄວກ່ອນຕາມການນັດໝາຍ ກວ່າ 10 ນາທີ ກໍຕາມ ແຕ່ພວກຂ້າພະເຈົ້າ ກໍຮູ້ສຶກປະຫຼາດໃຈເມື່ອເຫັນທ່ານຮອງລັດຖະມົນຕີ, ອະດີດຜູ້ອຳນວຍການໃຫຍ່ Tuol Sarath ພ້ອມດ້ວຍພະນັກງານ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ພວມຢືນກຽມພ້ອມຖ້າຮັບພວກຂ້າພະເຈົ້າຢູ່ຫ້ອງໂຖງຂອງສຳນັກງານ. ພໍເຫັນໜ້າ, ເຂົາເຈົ້າໄດ້ຍິ້ມແຍ້ມແຈ່ມໃດ ແລ້ວຖາມສະບາຍດີເຊິ່ງກັນແລະກັນຢ່າງເອື້ອເຟື້ອສະໜິດສະໜົມ ເໝືອນດັ່ງໝູ່ສະໜິດກັນທີ່ບໍ່ໄດ້ພົບກັນມານານ. ພິເສດ, ພວກຂ້າພະເຈົ້າໄດ້ ມີຄວາມຮູ້ສຶກຕື້ນຕັນໃຈ ເມື່ອເຫັນວ່າ ຢູ່ອ້ອມຕົວມີບໍ່ຈັກວ່າເທົ່າໃດຮູບຖ່າຍ, ວັດຖຸພັນກ່ຽວຂ້ອງເຖິງ ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ຮັບການຮັກສາ, ຂຽນຄຳອະທິບາຍຢ່າງລະອຽດ ແລະ ຕັ້ງວາງສະແດງຢູ່ບ່ອນທີ່ສະຫງ່າຜ່າເຜີຍ. ເຊິ່ງນັ່ງໂອ້ລົມກັບບັນດາພະນັກງານອາວຸໂສຂອງ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໃນຫ້ອງເຮັດວຽກຢ່າງອົບອຸ່ນ, ອ້າຍ Tan Yan, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ແບ່ງປັນສູ່ຟັງວ່າ:  
TAG
VOV/VOVworld/ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ/ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ/ນັກ​ຊ່ຽວ​ຊານ/ເຕັກ​ນິກ/ຂະ​ແມ​ແດງ/ປົດ​ປ່ອຍ​ພະ​ນົມ​ເປັນ

More