ນັກຊ່ຽວຊານກໍາປູເຈຍ: “ໂຄວິດ - 19 ແມ່ນການທົດສອບ ເພື່ອໃຫ້ ອາຊຽນສະແດງບົດບາດນໍາພາໃນໂຄງສ້າງພາກພື້ນ
14/06/2020 08:00
(VOVWORLD) - ໂລກລະບາດໂຄວິດ - 19 ໄດ້ ແລະ ກໍາລັງວາງອອກສິ່ງທ້າທາຍໃຫຍ່ທີ່ບໍ່ເຄີຍມີມາກ່ອນ ສໍາລັບທຸກປະເທດ ແລະ ພາກພື້ນໃນໂລກ, ລວມທັງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ໃນສະພາບການນັ້ນ, ກາງເດືອນເມສາຜ່ານມາ,ໂດຍຕອບສະໜອງຂໍ້ລິເລີ່ມຂອງຫວຽດນາມ - ເຊິ່ງເປັນປະເທດປະທານ ອາຊຽນ 2020, ຫວຽດນາມ ໄດ້ດໍາເນີນກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ຜ່ານທາງອອນລາຍ. ຫວ່າງມໍ່ໆມານີ້, ນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການພົບປະກັບທ່ານປະລິນຍາເອກ Chcheang Vannarith - ກໍາມະການຄະນະບໍລິຫານ ສະຖາບັນວິໄສທັດ ອາຊີ (AVI), ອົງການ think – tank (ຄົ້ນຄວ້າ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ) ແຖວໜ້າຂອງ ກໍາປູເຈຍ ກ່ຽວກັບໝາກຜົນ, ຄວາມໝາຍ ກໍຄືບົດບາດຂອງບັນດາປະເທດ ຢູ່ທີ່ສອງກອງປະຊຸມດັ່ງກ່າວ.

ທ່ານປະລິນຍາເອກ Chcheang Vann arith - ກໍາມະການຄະນະບໍລິຫານ ສະຖາບັນວິໄສທັດ ອາຊີ (AVI)
TAG
VOV/VOVworld/ທົດສອບ/ກໍາປູເຈຍ/ວິໄສທັດ
Related
More








