VOV WorldVOV World
ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ”
05/04/2020 03:00
(VOVWORLD) -ສຳລັບບັນດານັກສຶກສາຕ່າງປະເທດ, ຕໍ່ໜ້າສະພາບການໂລກລະບາດພວມແຜ່ລະບາດຢູ່ທົ່ວໂລກນີ້, ຄວາມເປັນຫ່ວງກັງວົນກໍແມ່ນເລື່ອງທີ່ບໍ່ອາດຫຼີກລ້ຽງໄດ້. ພິເສດແມ່ນເມື່ອດຳລົງຊີວິດຢູ່ປະເທດທີ່ມີຮູບແບບການເຫຼື້ອມໃສເຊື່ອຖືສາສະໜາ, ວັດທະນະທຳ, ສາສະໜາທີ່ແຕກຕ່າງກັບຫວຽດນາມ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງທີ່ວ່າ “ຢູ່ກັບທີ່ ບໍ່ອອກຂ້າງນອກ”ບັນດານັກສຶກສາຫວຽດນາມ ຢູ່ ອິນໂດເນເຊຍ ໄດ້ມີການກະກຽມໃຫ້ແກ່ຕົນເອງຄືແນວໃດ?
ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ”
  ປັດຈຸບັນ, ມີນັກສຶກສາຫວຽດນາມປະມານ 80 ຄົນ ກຳລັງສຶກສາຮ່ຳຮຽນຢູ່ ອິນໂດເນເຊຍ. ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນຢູ່ປະເທດອິດສະລາມນີ້, ນັກສຶກສາຫວຽດນາມຫຼາຍຄົນໄດ້ກັບເມືອປະເທດ ພາຍຫຼັງທາງໂຮງຮຽນໄດ້ຜັນຂະຫຍາຍການຮຽນຜ່ານທາງອອນລາຍ. ເຖິງຢ່າງໃດກໍຕາມ, ຍັງມີນັກສຶກສາບາງຄົນບໍ່ກັບເມືອສືບຕໍ່ຫຼັກສູດການຮຽນຂອງຕົນ. ໂດຍຕັ້ງຢູ່ທາງພາກກາງຂອງເກາະ Java, ປະເທດ ອິນໂດເນເຊຍ, ນະຄອນ Yogyakarta ໄດ້ຮັບຖືວ່າ ແມ່ນນະຄອນແຫ່ງການຮ່ຳຮຽນ ໂດຍມີມະຫາວິທະຍາໄລ Gadjah Mada ທີ່ມີຊື່ສຽງ. ນີ້ແມ່ນມະຫາວິທະຍາໄລໃຫຍ່ ແລະ ເກົ່າແກ່ທີ່ສຸດຂອງອິນໂດເນເຊຍ ແລະ ກໍແມ່ນບ່ອນມີນັກສຶກສາຫວຽດນາມເລືອກມາຮຽນຫຼາຍທີ່ສຸດ. ປັດຈຸບັນ, ຍັງມີນັກສຶກສາຫວຽດນາມ 4 ຄົນ ຍັງສືບຕໍ່ຫຼັກສູດການຮຽນຂອງຕົນ ເຖິງວ່າ ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດມາຮອດໂຮງຮຽນແຫ່ງນີ້ກໍ່ຕາມ, ຊ້ຳບໍ່ໜຳ, ມີອາຈານຄົນໜຶ່ງໄດ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວແລ້ວ. “ໃນສະພາບການໂລກລະບາດໃນປັດຈຸບັນ, ນັກສຶກສາຄືພວກນ້ອງ ມີພຽງ 2 ທາງເລືອກ. ທີໜຶ່ງແມ່ນກັບເມືອຫວຽດນາມ ຫຼື ສືບຕໍ່ຢູ່ປະເທດປະຈຳຖິ່ນ. ນ້ອງເລືອກຢູ່ຕໍ່ ເພາະວ່າ ເມື່ອນ້ອງເດີນທາງກັບເມືອຫວຽດນາມ ແມ່ນຈະມີຄວາມສ່ຽງຕິດເຊື້ອສູງກວ່າ. ນ້ອງກໍຢ້ານວ່າ ເມື່ອກັບເມືອຫວຽດນາມ ອາດ ຈະ ແຜ່ ເຊື້ອໄວຣັດ ມາສູ່ປະຊາຊົນໃນປະເທດຊາດ. . ແລະ ນ້ອງເຫັນວ່າ ອຳນາດການປົກຄອງ ອິນໂດເນເຊຍ ພວມມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໃຫ້ໄດ້ໄວທີ່ສຸດ.”
TAG
VOV/VOVworld/ນັກ​ສຶກ​ສາ​ຫວຽດ​ນາມ/ອິນໂດເນເຊຍ/ໂລກ​ລະ​ບາດ​ໂຄວິດ - 19

More