VOV WorldVOV World
ປະ​ຊາຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວຮ່ວມ​ແຮງ​ຮ່ວມໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
02/05/2020 06:05
(VOVWORLD)- ຊາວຫວຽດນາມ ນັບສິບພັນຄົນພວມດຳລົງຊີວິດ, ເຮັດວຽກ, ດຳເນີນທຸລະກິດຢູ່ທົ່ວທຸກແຂວງ, ນະຄອນຂອງລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດລາວ. ໃນຊຸມວັນນີ້, ຄວາມອຸ່ນອ່ຽນໃຈ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດຂອງອຳນາດການປົກຄອງ ແລະ ຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍແມ່ນວິທີ ເຊິ່ງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບ ແລະ ພັດທະນາປະເທດລາວລ້ານຊ້າງ. ບົດສາລະຄະດີຂອງ ເວິນທຽງ ແລະ ດັ້ງຖຸ່ຍ - ນັກຂ່າວວິທະຍຸກະຈ່າຍສຽງຫວຽດນາມ ປະຈຳ ລາວ.
ປະ​ຊາຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວຮ່ວມ​ແຮງ​ຮ່ວມໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
          ໃນຊຸມປີມໍ່ໆມານີ້, ລາວ ໄດ້ດຶງດູດຊາວຫວຽດນາມ ມາເຮັດວຽກ, ດຳເນີນທຸລະກິດເປັນຈຳນວນຫຼາຍ. ຜູ້ມີເງິນທຶນຫຼາຍ ກໍສ້າງບໍລິສັດ, ເປີດຮ້ານຄ້າຂາຍວັດສະດຸກໍ່ສ້າງ, ປຸງແຕ່ງເຄື່ອງຫັດຖະກຳ, ຮັບເໝົາກໍ່ສ້າງ... ຜູ້ມີເງິນທຶນໜ້ອຍກວ່າ ກໍຂາຍຜັກ, ໝາກໄມ້, ຂາຍຂອງກິນເຄື່ອງດື່ມ, ຕັດຜົມ, ເປັນກຳມະກອນກໍ່ສ້າງ, ຊ້ຳບໍ່ໜຳ ແມ່ນເກັບຊື້ເສດໂລຫະເຫຼັກເສດ... ໃນຊ່ວງເວລາທີ່ໂລກລະບາດພວມແຜ່ລະບາດຢ່າງຮ້າຍແຮງນັ້ນ, ຊາວຜູ້ອອກແຮງງານຫຼາຍຄົນ ໄດ້ເລືອກສືບຕໍ່ຢູ່ລາວຕໍ່ ແທນທີ່ຈະກັບເມືອປະເທດຄືຜູ້ອື່ນໆ.         “ຂ້າພະເຈົ້າກໍທຳໃຈແລ້ວ ສະນັ້ນ ບໍ່ມີຫຍັງຕ້ອງເປັນຫ່ວງ. ຢູ່ໃສກໍຢູ່ນັ້ນຕໍ່, ບໍ່ເຕົ້າໂຮມກັນຫຼາຍຄົນ. ດຽວນີ້, ເຂດແຍກຕົວແຫ່ງຕ່າງໆຢູ່ພາຍ ຫວຽດນາມ ກໍເກີນຂອບຂະໜາດແລ້ວ. ຂ້າພະເຈົ້າກໍບໍ່ຢາກກັບເມືອປະເທດ ບໍ່ຢາກກໍ່ກຳລັງດັນ ກໍຄວາມຫຍຸ້ງຍາກຕໍ່ ປະເທດຊາດອີກ. ກຳລັງທະຫານກໍເມື່ອຍຫຼາຍແລ້ວ”.         ນັ້ນແມ່ນຄຳໃນໃຈຂອງອ້າຍ ເລວັນມິນເຈົາ  - ມາຈາກແຂວງເງະອານຂອງຫວຽດນາມ ເຊິ່ງເປັນຜູ້ມີອາຊີບຕົກແຕ່ງພາຍໃນ ຢູ່ນະຄອນຫຼວງວຽງຈັນ ເມື່ອຕັດສິນໃຈຢູ່ລາວຕໍ່ໃນຊຸມວັນທີ່ປະເທດນີ້ ພວມພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.         ໂດຍເປັນປະເທດສຸດທ້າຍ ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນ ໂລກ ເມື່ອມີ 2 ກໍລະນີຕິດເຊື້ອທຳອິດໄດ້ປະກາດໃນຕອນບ່າຍວັນທີ 24 ມີນາ, ປະເທດລາວ ຕ້ອງກ້າວເຂົ້າສູ່ໄລຍະປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແທ້ຈິງ ດ້ວຍຫຼາຍມາດຕະການທີ່ຂ້ຽວຂາດຂອງລັດຖະບານ ແລະ ຂະແໜງສາທາລະນະສຸກປະກາດໃຊ້.
TAG
VOV/VOVworld/ປະຊາຄົມ/ສະ​ກັດ​ກັ້ນ​ໂລກ​ລະ​ບາດ/​ສາ​ທາ​ລະ​ນະ​ສຸກ/ລາວ

More