Page “Talk about Vietnamese” ຂອງ ເອື້ອຍຄູ ຄົນ ໄທ ແລະ ຄວາມຮັກ ພາສາ ຫວຽດ
07/02/2021 02:00
(VOVWORLD) -ສຳລັບປະຊາຄົມຊາວ ໄທ ຮັກ ຫວຽດນາມ ຫຼື ປະຊາຄົມ ຊາວຫວຽດນາມ ຮັກ ໄທ, facebook “Talk about Vietnamese” ໄດ້ເປັນທີ່ຮູ້ຈັກກັນດີ ຍ້ອນບັນດາຂໍ້ມູນທີ່ເປັນປະໂຫຍດ ເຊິ່ງ page ນີ້ ນຳມາໃຫ້ ແລະ ຍິ່ງຈັບອົກຈັບໃຈກວ່າອີກ ເມື່ອ admin ຂອງ page ນີ້ ແມ່ນຂອງເອື້ອຍຄູຄົນ ໄທ ທີ່ມີຄວາມເມົາມົວກັບ ພາສາ ຫວຽດ. ຕໍ່ໄປ ເຊີນທ່ານພ້ອມກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມພົບປະກັບເອື້ອຍຄູຄົນນີ້.

ທີ່ທ່ານຟັງມານັ້ນ ແມ່ນຂ່າວສັ້ນຂ່າວໜຶ່ງ ເຊິ່ງ ເອື້ອຍຄູ ພັດທິດາ ບົນຊະວະຣິດ ໄດ້ນຳສະເໜີໃນ facebook “Talk about Vietnamese”. ໂດຍເປັນຄົນທີ່ມີຮູບຮ່າງຈ່ອຍສູງ, ໄວ້ຊົງຜົມສັ້ນສີດຳເຫຼື້ອມ, ໃສ່ແວນຕາ ແລະ ເວົ້າພາສາ ຫວຽດ ລ່ຽນໄຫຼປານຄົນ ຫວຽດ, ບໍ່ມີຜູ້ໃດຄິດວ່າ ພັດທິດາ ແມ່ນຄົນ ໄທ. ນາງ ພັດທິດາ ພວມຄົ້ນຄວ້າປະລິນຍາເອກສາຍພາສາ ຫວຽດ ຢູ່ ມະຫາວິທະຍາໄລວິທະຍາສາດ - ສັງຄົມ ແລະ ມະນຸດສາດ ແລະ ກໍແມ່ນ admin ຂອງ page “Talk about Vietnamese” ທີ່ມີຜູ້ຕິດຕາມເກືອບ 7.000 ຄົນ. Page ໄດ້ສະໜອງຂໍ້ມູນ, ສາລະໜ້າຮູ້ທີ່ຫຼາກຫຼາຍກ່ຽວກັບປະເທດ ຫວຽດນາມ ດ້ວຍທັງພາສາ ໄທ ແລະ ພາສາ ຫວຽດ ຜ່ານຮູບພາບ, ຄຼິບວີດີໂອກ່ຽວກັບອາຫານການກິນ, ວັດທະນະທຳ, ສະຖານທີ່ທ່ອງທ່ຽວ ຫຼື ຊີວິດປະຈຳວັນຂອງຊາວ ຫວຽດນາມ ເຊິ່ງເປັນປະສົບການຂອງ admin ເອງ ແລະ ເລົ່າຄືນສູ່ຟັງ. ເພາະສະນັ້ນ, page ໄດ້ດຶງດູດຜູ້ຕິດຕາມເປັນຈຳນວນຫຼາຍພໍສົມຄວນ ແລະ ຈາກຫຼາຍເກນອາຍຸ ນັບແຕ່ນັກຮຽນ, ນັກສຶກສາ, ຄູອາຈານ ຕະຫຼອດຮອດພະນັກງານ, ກຳມະກອນ ທີ່ຕ່າງຄົນຕ່າງມີຄວາມສົນໃຈຕໍ່ປະເທດ ຫວຽດນາມ.
TAG
VOV/VOVworld/ພັດທິດາ/Talk about Vietnamese/ພາສາ ຫວຽດ/ຄົນໄທ
Related
More








