VOV WorldVOV World
ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ: ຊາຍ​ຄາ​ມິດ​ຕະ​ພາບ​ຢູ່​ເຂດ​ຊາຍ​ແດນ ລາວ - ຫວຽດ
03/09/2023 16:00
(VOVWORLD) - ສຸກສາລາທະຫານ ແມ່ນຮູບແບບເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ບັນດາເຂດຊາຍແດນ ໂດຍຄ້າຍທະຫານປ້ອງກັນຊາຍແດນຮັບຜິດຊອບ. ຮູບແບບດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ໄດ້ເຂົ້າເຖິງດ້ານສາທາລະນະສຸກ. ບໍ່ພຽງແຕ່ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ ເທົ່ານັ້ນ, ຮູບແບບນີ້ຍັງໄດ້ທະວີຄູນ ແລະ ພັດທະນາຢູ່ເຂດຊາຍແດນຂອງບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັບ ຫວຽດນາມ ເປັນຕົ້ນແມ່ນ ລາວ ແລະ ກຳປູເຈຍ ອີກດ້ວຍ. ນອກຈາກເປັນບ່ອນກວດ ແລະ ປິ່ນປົວພະຍາດ, ສຸກສາລາທະຫານຫວຽດນາມ ຢູ່ທົ່ງແປ ແຂວງ ບໍລິຄຳໄຊ ພາກກາງຂອງລາວ ຍັງເປັນຂົວຕໍ່ມິດຕະພາບ, ເປັນບ່ອນທີ່ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງທະຫານ ຫວຽດນາມ ກັບ ປະຊາຊົນ ລາວ.
ສຸກສາລາທະຫານ ທົ່ງແປ ພົ້ນເດັ່ນຂຶ້ນດ້ວຍທຸງຊາດຂອງປະເທດ ລາວ - ຫວຽດນາມ (ພາບ: VOV) ເມື່ອຫາກໍລົງຈາກລົດ, ຢູ່ຕໍ່ໜ້າພວກຂ້າພະເຈົ້າແມ່ນເຮືອນຊັ້ນດຽວທີ່ສະອາດ, ເປັນລະບຽບຮຽບຮ້ອຍ ພົ້ນເດັ່ນຂຶ້ນດ້ວຍທຸງຊາດຂອງປະເທດ ລາວ - ຫວຽດນາມ. ຮູບພາບນ້ຳສ້າງ, ສວນຜັກຢູ່ແຈເດີ່ນທາງໜ້າເຮືອນ ກໍເປັນທີ່ລຶ້ງເຄີຍສຳລັບນັກຂ່າວ ຫວຽດນາມ ຄື ພວກຂ້າພະເຈົ້າ. ບັນການົກນ້ອຍກໍພາກັນຮ້ອງ, ສົ່ງສຽງຕ້ອນຮັບພວກຂ້າພະເຈົ້າ. ຖ້າຫາກວ່າ ບໍ່ມີປ້າຍຊື່, ບໍ່ເຂົ້າໄປໃນ, ກໍມີໜ້ອຍຄົນທີ່ຄິດວ່າ ນີ້ແມ່ນບ່ອນກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວນັບພັນຄົນໃນແຕ່ລະປີ. ທ່ານໝໍ ຫງວຽນຫວຽດດຶກ, ຫົວໜ້າສຸກສາລາທະຫານ ບ້ານທົ່ງແປ ແລະ ພະຍາບານ ຕວ່ານ ອອກມາຕ້ອນຮັບດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລ້ວພາພວກຂ້າພະເຈົ້າໄປຢາມແຕ່ລະຫ້ອງ ພ້ອມທັງແນະນຳໃຫ້ຮູ້ວ່າ: “ສຸກສາລາທະຫານ ບ້ານ ທົ່ງແປ ແມ່ນໂຄງການໂດຍ ກອງ ບັນ ຊາ ການ ທະ ຫານ ປ້ອງ ກັນ ຊາຍແດນ ແລະ ຄະນະກຳມະການປະຊາຊົນແຂວງ ຮ່າຕິງ ສົມທົບກັນສ້າງຂຶ້ນ ເພື່ອແບ່ງ ເບົາ ຄວາມຮັບຜິດຊອບໃນການກວດ ແລະ ປິ່ນປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນແຂວງ ບໍລິຄຳໄຊ - ເຊິ່ງເປັນແຂວງແຮກສ່ຽວ ແລະ ມີຊາຍແດນຕິດກັບແຂວງ ຮ່າຕິງ ຂອງ ຫວຽດນາມ”. ທ່ານໝໍ ດຶກ ໃຫ້ຮູ້ຕື່ມອີກວ່າ:         “ສຸກສາລາທະຫານ ທົ່ງແປ ໄດ້ກໍ່ສ້າງເມື່ອທ້າຍປີ 2007 ແລະ ນຳເຂົ້າເຄື່ອນໄຫວແຕ່ປີ 2008 ເພື່ອຮັບປະກັນວຽກງານປ້ອງກັນຊາຍແດນລະຫວ່າງສອງແຂວງ ບໍລິຄຳໄຊ ແລະ ແຂວງ ຮ່າຕິງ. ຈຸດປະສົງຕົ້ນຕໍແມ່ນ ກວດ ແລະ ປິ່ນປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນລາວ ເຂດຊາຍແດນ. ໄປຄຽງຄູ່ກັນນັ້ນ, ກໍ ຊ່ວຍໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນພັດທະນາກະສິກຳ, ເສດຖະກິດ ເພື່ອຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ”.
TAG
VOV/VOVworld/ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ/ຊາຍ​ຄາ​ມິດ​ຕະ​ພາບ/ຊາຍ​ແດນ/​ປິ່ນ​ປົວ​ພະ​ຍາດ