Surabaya ນະຄອນເຕັກໂນໂລຊີເພື່ອປະຊາຊົນ
28/11/2014 03:22
(vovworld)- Surabaya ພາກຕາເວັນອອກ Java ປະເທດ ອິນໂດເນເຊຍ ແມ່ນຫນຶ່ງໃນບັນດານະຄອນນຳຫນ້າໃນການຫັນບັນດາບໍລິການສາທາລະນະເປັນທັນສະໄຫມ

(vovworld)- Surabaya ພາກຕາເວັນອອກ Java ປະເທດ ອິນໂດເນເຊຍ ແມ່ນຫນຶ່ງໃນບັນດານະຄອນນຳຫນ້າໃນການຫັນບັນດາບໍລິການສາທາລະນະເປັນທັນສະໄຫມເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ແຕ່ປີ 2012, ອຳນາດການປົກຄອງນະຄອນ Surabaya ໄດ້ສະຫນອງບໍລິການເຄືອຂ່າຍອິນເຕີແນດ wifi ໂດຍບໍ່ເກັບຄ່າໃນຕະຫລອດ 24 ຊົ່ວໂມງຢູ່ບັນດາສະຖານທີ່ສາທາລະນະໃນນະຄອນ, ພິເສດ ແມ່ນຢູ່ບັນດາສວນສາທາລະນະ. ສິ່ງດັ່ງກ່າວໄດ້ປະກອບສ່ວນດຶງດູດຊາວຫນຸ່ມ, ນັກຮຽນ, ນັບທັງພະນັກງານລັດຖະກອນອີກ, ປະກອບສ່ວນນຳ Surabaya ກາຍເປັນນະຄອນອຶກກະທຶກຄືກໂຄມ ແລະ ທັນສະໄຫມກວ່າ. ທິວທັດທຳມະຊາດຢູ່ສວນສັດທີ່ນະຄອນSurabaya ພາບ:internet Surabaya ແມ່ນນະຄອນມີສວນສາທາລະນະຫລາຍສຸດຢູ່ ອິນໂດເນເຊຍ. ພິເສດ ປີ 2012, Surabaya ໄດ້ຮັບການຮັບຮອງວ່າແມ່ນນະຄອນມີສວນສາທາລະນະງາມກວ່າໝູ່ຢູ່ ອິນໂດເນເຊຍ. ຍ້ອນ Surabaya ບໍ່ພຽງແຕ່ມີທິວທັດທຳມະຊາດສວຍງາມເທົ່ານັ້ນ ຫາກນີ້ຍັງແມ່ນແຫ່ງທີ່ມີປະຊາຊົນມາຢ້ຽມຊົມເປັນຈຳນວນຫລວງຫລາຍອີກດ້ວຍ. ໃນ 2 ປີມໍ່ໆມານີ້, ບັນດາສວນສາທາລະນະຢູ່ Surabaya ບໍ່ພຽງແຕ່ແມ່ນສະຖານທີ່ຢ່ອນອາລົມ, ລະຫລິ້ນ, ເຂົ້າຮ່ວມບັນດາການເຄື່ອນໄຫວກິລາກາຍະກຳຫລືບ່ອນພົບປະຂອງເພື່ອນຫນຸ່ມເທົ່ານັ້ນ, ຫາກເມື່ອມາບັນດາສວນສາທາລະນະຄື: Bungkul, Pelangi, Apsari….ພວກເຮົາຍັງພົບເຫັນບັນດາຫນ່ວຍນັກສຶກສາ, ພະນັກງານລັດຖະກອນທັງນັ່ງເທິງຕັ່ງຫີນຫລືເທິງສວນຫຍ້າ ທັງຕັ້ງໃຈເຮັດບົດເຝີກ, ເຮັດວຽກ ຫຼືແລກປ່ຽນຄຳເຫັນກັບໝູ່ເພື່ອນ, ຜູ້ຮ່ວມງານຂອງຕົນ. ເພື່ອນ Husei Chairudin, ນັກສຶກສາຢູ່ Surabaya ໃຫ້ຮູ້ວ່າ: ແຕ່ລະມື້ ພາຍຫລັງເລິກຮຽນ, ອ້າຍພ້ອມກັບໝູ່ເພື່ອນກໍ່ມາສວນສາທາລະນະນີ້ ເພື່ອພັກຜ່ອນຢ່ອນອາລົມ ແລະ ສູບອາກາດປອດໂປ່ງ ຫຼືພ້ອມກັບໝູ່ເພື່ອນເຮັດບົດເຝິກຫັດ, ແລກປ່ຽນຄຳເຫັນ. Husei Chairudin ເວົ້າວ່າ ເລື່ອງສະຫນອງເຄືອຂ່າຍອິນເຕີແນັດ Wifi ໂດຍບໍ່ເກັບຄ່າ ແມ່ນສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ ອ້າຍກໍຄືໝູ່ເພື່ອນເພື່ອຊອກຫາຂໍ້ມູນຂ່າວສານ.
TAG
vovworld/ທິວທັດທຳມະຊາດ
Related








