ສວນປູກກວ້ຍມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢູ່ປະເທດ ກຳປູເຈຍ
28/06/2020 14:00
(VOVWORLD) -ໂດຍໃຊ້ຈຳນວນເງິນ 13.000USD ເພື່ອລົງທຶນເຂົ້າໃນການປູກກວ້ຍໃນເນື້ອທີ່ດິນ 1 ເຮັກຕາ, ພາຍຫຼັງໄລຍະ 9 ເດືອນກໍສາມາດເກັບກ່ຽວເປັນຄັ້ງທຳອິດ ເຊິ່ງມີຜົນກຳໄລບັນລຸທົບເກືອບ 2 – 3 ເທົ່າ (ປະມານ 35.000 – 40.000USD). ນັບແຕ່ລະດູເກັບກ່ຽວທີ 2 ກໍຈະໄດ້ເກັບກ່ຽວໄວກວ່າ, 6 ເດືອນ ກໍສາມາດເກັບກ່ຽວມາໄດ້ 35.000 – 40.000 USD/ເຮັກຕາ. ສວນປູກກ້ວຍດັ່ງກ່າວ ໂດຍ ບໍລິສັດ ຮວ່າງແອັງຢາລາຍ Agrico (HAGL Agrico) ສັງກັດກຸ່ມບໍລິສັດ ຮວ່າງແອັງຢາລາຍ ຫວຽດນາມ ລົງທຶນພັດທະນາຢູ່ 3 ແຂວງຂອງ ກຳປູເຈຍ ຄືແຂວງ Stung Treng, Rattanakiri, Kratie. ຮອດທ້າຍປີ 2019, ເນື້ອທີ່ດິນໄດ້ເພີ່ມຂຶ້ນເຖິງກວ່າ 7.000 ເຮັກຕາ, ແຕ່ລະປີ, ສວນກ້ວຍດັ່ງກ່າວສາມາດເກັບກ່ຽວເປັນ 2 ຄັ້ງ ດ້ວຍລາຍຮັບບັນລຸກວ່າ 600 ລ້ານ USD. ນີ້ກໍແມ່ນສວນກວ້ຍທີ່ມີຂອບຂະໜາດ ແລະສະມັດຕະພາບການຜະລິດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປັດຈຸບັນ.

ຕາມຕົວເລກສະຖິຕິຮອດທ້າຍປີ 2019 ຂອງກະຊວງກະສິກຳ, ປ່າໄມ້, ການປະມົງ ກຳປູເຈຍແລ້ວ, HAGL Agrico ໄດ້ເລີ່ມຜັນຂະຫຍາຍໂຄງການປູກກວ້ຍຢູ່ ກຳປູເຈຍ ນັບແຕ່ປີ 2016. ພາຍຫຼັງ 3 ປີ, ເນື້ອທີ່ສວນປູກໝາກກວ້ຍຂອງບໍລິສັດ HAGL Agrico ຢູ່ ກຳປູເຈຍ ໄດ້ເພີ່ມຂຶ້ນເຖິງກວ່າ 7.000 ເຮັກຕາ, ໃນນັ້ນ ມີ 3.000 ເຮັກຕາ ໄດ້ໃຫ້ຜົນເກັບກ່ຽວແລ້ວ. ກ່ຽວກັບປະລິມານຜະລິດຕະພັນ, HAGL Agrico ເກັບກ່ຽວໝາກກວ້ຍໄດ້ 300.000 ໂຕນຕໍ່ປີ. ໃນຂະນະນັ້ນ, ຟີລິບປິນ ພາຍຫຼັງການພັດທະນາຂະແໜງອຸດສາຫະກຳກ້ວຍຂອງຕົນ, ສວນປູກກວ້ຍໃຫຍ່ທີ່ສຸດຂອງເຂົາເຈົ້າບັນລຸພຽງແຕ່ຂອບຂະໜາດ 5.000 ເຮັກຕາເທົ່ານັ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດກໍຄືຄວາມຕັດສິນໃຈໃນການລົງທຶນທີ່ຍາວນານຂອງ HAGL Agrico ເຂົ້າໃນຂະແໜງກະສິກຳເວົ້າລວມ ແລະ ເຂົ້າໂຄງການຢູ່ ກຳປູເຈຍເວົ້າສະເພາະ. ທ່ານ Gray Quibradero, ຜູ້ຄຸ້ມຄອງດ້ານເຕັກນິກ - ໂຮງງງານກວ້ຍ HAGL Agrico ຢູ່ ກໍາປູເຈຍ ໃຫ້ຮູ້ວ່າ: “ສວນປູກກວ້ຍຂອງ HAGL Agrico ແມ່ນສວນທີ່ມີຂອບຂະໜາດໃຫຍ່ ທີ່ສຸດ ແລະ ເຕັມໄປດ້ວຍຄວາມສາມາດ ບົ່ມຊ້ອນ ແລະ ພວມ ພັດທະນາຢ່າງກະໂດດຂັ້ນດ້ວຍຈຸດປະສົງຢາກກາຍເປັນ “ເສືອໃຫຍ່” ຂອງຂະແໜງອຸດສາຫະກໍາໝາກກວ້ຍຢູ່ ອາຊີ. ດັ່ງນັ້ນ, ພວກຂ້າພະເຈົ້າພວມ ພະຍາຍາມກໍ່ສ້າງພື້ນຖານໂຄງລ່າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂັ້ນຕອນຜະລິດກວ້ຍໃຫ້ສົມບູນແບບກວ່າອີກ. ບໍ່ພຽງແຕ່ສົ່ງອອກກວ້ຍໄປຍັງຕະຫຼາດ ຈີນ ເທົ່ານັ້ນ, ໝາກກວ້ຍຍັງໄດ້ສົ່ງອອກໄປຍັງ ສ.ເກົາຫຼີີ, ຍີ່ປຸ່ນ ອີກດ້ວຍ ແລະ ກໍຈະເປີດກວ້າງອອກຕະຫຼາດຫຼາຍແຫ່ງອື່ນໆອີກດ້ວຍ. ການກໍານົດທິດຂອງບໍລິສັດ ແມ່ນກາຍເປັນບໍລິສັດສະໜອງຜະລິດຕະພັນກວ້ຍແຖວໜ້າໃນຕະຫຼາດສາກົນ”. ໂດຍມີສອງປັດໄຈທີ່ຊ່ວຍໃຫ້ HAGL Agrico ປະສົບຜົນສໍາເລັດໃນການຜັນຂະຫຍາຍສວນປູກກວ້ຍມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ນີ້. ການໝູນໃຊ້ວິທະຍາສາດເຕັກໂນໂລຢີ ໄດ້ຮັບຖືວ່າແມ່ນປັດໄຈຕັດສິນຊີ້ຂາດ. ໝູນໃຊ້ເຕັກໂນໂລຢີຫົດນໍ້າແບບຢອດຈາກ ອິດສະຣາແອັນ, ລະບົບຄວບຄຸມລະດັບຄວາມຊຸ່ມ, ທາດບໍາລຸງເຖິງຕົ້ນກວ້ຍແຕ່ລະຕົ້ນ. ການເຄື່ອນໄຫວຄວບຄຸມໂລກລະບາດໄດ້ຮັບການປະຕິບັດຢ່າງຄົບຊຸດ ດ້ວຍບັນດາພາຫະນະທັນສະໄໝ ເຊິ່ງລວມມີທັງລົດໂບນ, ເຮືອບິນບໍ່ມີຄົນຂັບ, ເຮືອບິນມີຄົນຂັບ. ທ່ານ Gray Quibradero, ຜູ້ຄຸ້ມຄອງດ້ານເຕັກນິກ - ໂຮງງງານກວ້ຍ HAGL Agrico ຢູ່ ກຳປູເຈຍ ແບ່ງປັນວ່າ: “ວິທະຍາສາດເຕັກໂນໂລຢີ ແມ່ນທ່າແຮງທີ່ໜ້າປະທັບໃຈຂອງສວນປູກກວ້ຍໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້. ທີໜຶ່ງແມ່ນ, ໄດ້ປະກອບສ່ວນຊ່ວຍສະພາບແວດລ້ອມຢູ່ນີ້ນີ້ຂຽວສະອາດຫຼາຍ. ທີສອງແມ່ນ, ບັນດາການເຄື່ອນໄຫວຜະລິດ ລ້ວນແຕ່ປະຕິບັດຢ່າງງ່າຍດາຍກວ່າ. ໃນໄລຍະເວລາສັ້ນໆ, ທຸກການເຄື່ອນໄຫວຄືເກັບກ່ຽວ, ປຸງແຕ່ງຂັ້ນຕົ້ນ, ປຸງແຕ່ງ, ຫຸ້ມຫໍ່, ຮັກສາພາຍຫຼັງການເກັບກ່ຽວ, ຈັດໃສ່ຕູ້ contain er ແລະ ສົ່ງອອກ ລ້ວນແຕ່ໄດ້ຮັບການປະຕິບັດຢ່າງວ່ອງໄວ, ຊັດເຈນ ແລະ ສາມາດຄົ້ນຫາທີ່ມາຂອງກວ້ຍແຕ່ລະໜ່ວຍໄດ້”.
TAG
VOV/VOVworld/ກໍຳປູເຈຍ/ສວນປູກກວ້ຍ/ບໍລິສັດ HAGL Agrico
Related
More








