VOV WorldVOV World
ທ່ານ ຫວູ​ມ້າວ - ອະ​ດີດ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວູມ້າວ - ຜູ້​ມີ​ການ​ອຸ​ທິ​ດ​ສ່ວນຫຼາຍ​ຢ່າງ​ແກ່​ການ​ພົວ​ພັນໄມຕີ​ຈິດ​ມິ​ດຕະພາບ ລະຫວ່າງ​ຫວຽດນາມ - ກໍາປູ​ເຈ​ຍ
07/06/2020 08:44
(VOVWORLD) - ທ່ານ ຫວູມ້າວ - ອະດີດກໍາມະການ ຄະນະບໍລິຫານງານສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໄດ້ເຖິງແກ່່ມໍລະນະກໍາໃນຮຸ່ງເຊົ້າວັນທີ 30 ພຶດສະພາຜ່ານມາ. ທ່ານໄດ້ຮັບຖືວ່າ ແມ່ນຜູ້ມີບົດບາດສຳຄັນໃນສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໃນຕະຫຼອດ 30 ປີ ຜ່ານມາ, ຜູ້ທີ່ໄດ້ມີການອຸທິດສ່ວນຢ່າງຫຼວງຫຼາຍແກ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ທ່ານ ຫວູ​ມ້າວ - ອະ​ດີດ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວູມ້າວ - ຜູ້​ມີ​ການ​ອຸ​ທິ​ດ​ສ່ວນຫຼາຍ​ຢ່າງ​ແກ່​ການ​ພົວ​ພັນໄມຕີ​ຈິດ​ມິ​ດຕະພາບ ລະຫວ່າງ​ຫວຽດນາມ - ກໍາປູ​ເຈ​ຍ
 ທ່ານຫວູມ້າວ -  ອະດ ີດກໍາມະການ   ຄະນະ ບໍລິຫານ ງານ ສູນ ກາງ ພັກ ,  ອະດີດ ຫົວໜ້າຫ້ອງ ວ່າການ ສະພາ ແຫ່ງ ຊາດ ,  ປະທານ ສະມາຄົມ ມິດຕະພາບ   ຫວຽດນາມ  -  ກໍາປູ ເຈຍ   ທ່ານຫວູມ້າວ ເກີດວັນທີ 19 ທັນວາ 1939 ຢູ່ຮ່າໂນ້ຍ. ໂດຍເປັນຜູ້ທີ່ເຕີບໃຫຍ່ໃນສະໄໝຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມສະຫງ່າອົງອາດ ແຕ່ກໍປະສົບກັບຄວາມຫຍຸ້ງຍາກລໍາບາກນາໆປະການ, ແຕ່ຄວາມຫຍຸ້ງຍາກລໍາບາກເຫຼົ່ານັ້ນບໍ່ສາມາດຜາບແພ້ທ່ານໄດ້, ຫາກຍັງຝຶກຝົນຫຼໍ່ຫຼອມທ່ານໃຫ້ກາຍເປັນຜູ້ທີ່ອົງອາດກ້າແກ່ນ, ມີຄວາມກ້າຫານ ແລະ ເປັນຄົນມີຄວາມເມດຕາປານີ. ທ່ານກໍແມ່ນໜຶ່ງໃນບັນດາການນໍາທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນຫຼາຍຊຸດກວ່າໝູ່ ( 5 ຊຸດຢ່າງລຽນຕິດ ແຕ່ຊຸດທີ 5 ຫາ ຊຸດທີ 9), ຮັບດໍາລົງຫຼາຍຖານະຕຳແໜ່ງສໍາຄັນທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ເລຂາທີ 1 ສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ... ແລະ ນັບແຕ່ປີ 1983 ມາຮອດປັດຈຸບັນ, ທ່ານດຳລົງຕຳແໜ່ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໂດຍໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽກງານພົວພັນຕ່າງປະເທດປະຊາຊົນ.  ທ່ານ ຫວູເວືອງຫວຽດ ອະດີດຫົວໜ້າກົມ ກ່ຽວກັບ ກໍາປູເຈຍ ຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານຜູ້ປະຈໍາການ ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໃຫ້ຮູ້ວ່າ ຍ້ອນມີອິດທິພົນ ແລະ ຄວາມຄ່ອງແຄ້ວອ່ອນໄຫວຂອງປະທານ ຫວູມ້າວ ສະນັ້ນວຽກງານຕ່າງໆຂອງ ສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ຍາມໃດກໍຄຶກຄື້ນ, ຫຼາກຫຼາຍສີສັນ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ.         “ ທ່ານ ຫວູມ້າວ ມີ ການພົວພັນ ຢ່າງ ສະໜິດ ສະໜົມ ແລະ ໃກ້ຊິດ ກັບ ກະສັດ ທັງ ສອງ ອົງ ຂອງ ກໍາປູ ເຈຍ ນັ້ນ ຄື ກະສັດ Norodom Sihanouk ແລະ ກະສັດ N orodom Sihamoni. ນອກຈາກ ນັ້ນ , ທ່ານ ນາຍົກລັດຖະມົນຕີ ກໍາປູ ເຈຍ Samdech Techo Hun Sen, ທ່ານ ປະທານ ສະພາ ແຫ່ງ ຊາດ Samdech Heng Samrin ແລະ ທ່ານ ນາງ Men Man Sam An ຮອງ ນາຍົກລັດຖະມົນຕີ , ປະທານ ສະມາຄົມ ມິດຕະພາບ ກໍາປູ ເຈຍ - ຫວຽດນາມ ກໍຮັກ ແພງທ່ານ ທີ່ ສຸດ . ອາດ ເວົ້າ ໄດ້ ວ່າ ສາຍ ພົວພັນ ລະຫວ່າງ ຫວຽດນາມ - ກໍາປູ ເຈຍ ໂຊກ ດີຫຼາຍ ເມື່ອມີ ທ່ານ ຫວູມ້າວ ແມ່ນຂົວຕໍ່ ”.         ໃນຖານະເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ແລະ ທ່ານເອງກໍແມ່ນຜູ້ທີ່ສະຫງວນອາລົມຈິດຢ່າງເລິກເຊິ່ງຕໍ່ປະເທດກໍາປູເຈຍ, ແຕ່ລະແຜນນະໂຍບາຍ ແລະ ການກະທໍາຂອງທ່ານ ຫວູມ້າວ ລ້ວນແຕ່ສ້າງຄວາມປະທັບໃຈຕໍ່ການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ. ພົ້ນເດັ່ນແມ່ນ ຂໍ້ລິເລີ່ມສະເໜີໃຫ້ຈັດຕັ້ງການພົບປະມິດຕະພາບປະຊາຊົນ ລະຫວ່າງຫວຽດນາມ - ກໍາປູເຈຍ 4 ປີ ເທື່ອໜຶ່ງ, ມາຮອດປັດຈຸບັນ ກໍໄດ້ຈັດມາເປັນ 4 ເທື່ອແລ້ວ ແລະ ລ້ວນແຕ່ປະສົບຜົນສໍາເລັດຢ່າງຈົບງາມ ຫຼື ຂໍ້ລິເລີ່ມສ້າງຕັ້ງ ສະໂມສອນວິສາຫະກິດ ຫວຽດນາມ - ກໍາປູເຈຍ. ທ່ານກໍແມ່ນຜູ້ຂຽນບົດເພງ “huy hoàng Angkor” ແປວ່າ “ອັງກໍ ສະຫງ່າລາສີ” ແລະເປັນກຽດໄດ້ຂັບຮ້ອງໃຫ້ກະສັດ ກໍາປູເຈຍ Norodom Sihanouk ຮັບຟັງເປັນ 2 ຄັ້ງຕາມຄໍາຂໍຂອງເພິ່ນ ໃນເຫດການພົບປະແລກປ່ຽນສັນຖະວະໄມຕີລະຫວ່າງສອງປະເທດ. ພິເສດ, ປີ 2012, ທ່ານໄດ້ປຸກລະດົມໂຄງການ “ເພີ່ມພູນຄູນສ້າງ ໄມຕີຈິດມິດຕະພາບ” ໃຫ້ການຊ່ວຍເຫຼືອ ນັກສຶກສາ  ກໍາປູເຈຍ  ທີ່ພວມຮໍ່າຮຽນຢູ່ຫວຽດນາມ ແລະ ໄດ້ຮັບການຕີລາຄາສູງຈາກທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບຄວາມໝາຍ, ຍຸດທະສາດ ກໍຄືປະສິດທິຜົນຂອງໂຄງການ ແລະ ທ່ານເລຂາທິການໃຫຍ່ກໍຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍໂຄງການນີ້ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ. ຂໍ້ລິເລີ່ມດັ່ງກ່າວ ກໍໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຈາກກະສັດ ກໍາປູເຈຍ Norodom Sihamoni ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານ ຫວູເວືອງຫວຽດ, ຮອງປະທານຜູ້ປະຈໍາການສະມາຄົມ ມິດຕະພາບ ຫວຽດນາມ - ກໍາປູເຈຍ ໃຫ້ຮູ້ວ່າ:         “ ມີ ພໍ່ ລ້ຽງ ແມ່ລ້ຽງຫວຽດນາມ ຫຼາຍລຸ້ນຄົນ ເປັນ ອະ ດີດທະຫານ ອາສາ ສະໝັກ , ອະດີດ ນັກ ຊ່ຽວຊານ ທີ່ ເຄີຍ ຊ່ວຍ ເຫຼືອປະຊາຊົນ ກໍາປູ ເຈຍ ໃນສະ ໄໝ Pol Pot. ດັ່ງ ນັ້ນ , ນອກຈາກ ມີຄວາມໝາຍຊ່ວຍ ເຫຼືອທາງ ດ້ານ ວັດຖຸ ແລ້ວ , ໂຄງການ ດັ່ງກ່າວ ຍັງ ມີ ຄວາມໝາຍດ້ານ ການ ເມືອງ ຢ່າງ ເລິກ ເຊິ່ງ ເມື່ອ ປະກອບສ່ວນ ເຂົ້າ ໃນ ການ ສຶກສາກ່ຽວກັບ ມູນ ເຊື້ອ ໄມຕີ ຈິດ ມິດ ຕະພາບ , ການ ອຸ ້ມຊູ ຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງ ຊາດ ໃຫ້ ຄົນ ລຸ້ນໜຸ່ມ ກໍາປູ ເຈຍ ໃນ ປັດຈຸບັນ . ນັກ ສຶກສາ ກໍາປູ ເຈຍ ຫຼາຍຄົນ ພາຍຫຼັງ ໄດ້ ຟັງ ບັນດາເລື່ອງ ລາວ ທີ່ ຕື້ນຕັນ ໃຈ ໃນສະ ໄໝສົງຄາມແລ້ວ ກໍ ມີ ຄວາມ ເຂົ້າ ໃຈ ຕື່ມ ສ່ວນ ໃດ ສ່ວນໜຶ່ງ ແລະ ນັບຖື ການ ຊ່ວຍ ເຫຼືອ , ກາ ນ ເສຍສະຫຼະອັນ ໃຫຍ່ຫຼວງຂອງ ທະຫານ ແລະ ປະຊາຊົນ ຫວຽດນາມ ທີ່ ມີ ຕໍ່ ກໍາ ປູ ເຈຍ , ຄື ດັ່ງ ຄໍາ ເວົ້າ ຂອງ ທ່ານ ນາຍົກລັດຖະມົນຕີ Samdech Techo Hun Sen ເຄີຍ ກ່າວ ໄວ້ ວ່າ “ ຖ້າ ຫາກ ບໍ່ ມີ ທະຫານ ອາສາ ສະໝັກຫວຽດນາມ , ຈະ ບໍ່ ມີ ປະ ເທດ ກໍາປູ ເຈຍ ຄື ໃນ ທຸກ ວັນ ນີ້ ”.         ໃນຕະຫຼອດ 4 ທົດສະວັດສວມບົດບາດເປັນຂົວຕໍ່ໝັ້ນຄົງຂອງໄມຕີຈິດມິດຕະພາບ ຫວຽດນາມ - ກໍາປູເຈຍ, ອາດເວົ້າໄດ້ວ່າ ບໍ່ມີຜູ້ໃດມີຄວາມສຸດຈິດສຸດໃຈຕໍ່ນັກສຶກສາ ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ຄືທ່ານ ຫວູມ້າວ. ມາຮອດປັດຈຸບັນ, ນັກສຶກສາ ກໍາປູເຈຍ ຍັງເລົ່າຂານກັນມາກ່ຽວກັບເລື່ອງທີ່ໃກ້ຈະຮອດ 10 ໂມງຕອນກາງຄືນແລ້ວ ແຕ່ທ່ານປະທານ ຫວູມ້າວ ຍັງຮັບຟັງ, ແລກປ່ຽນກ່ຽວກັບບັນດາຂໍ້ສະເໜີຂອງນັກສຶກສາ, ໂດຍສະເພາະແມ່ນເລື່ອງ ກະຊວງສາທາລະນະສຸກ ກໍາປູເຈຍ ວາງຂໍ້ກໍານົດວ່າ: “ພາຍຫຼັງຈົບການສຶກສາຂະແໜງການແພດການຢາ ຢູ່ຫວຽດນາມແລ້ວ, ເມື່ອກັບມາ ກໍາປູເຈຍ ນັກສຶກສາ ກໍາປູເຈຍ ຕ້ອງຝຶກງານຕື່ມອີກ 2 ປີ”. ຫຼັງຈາກນັ້ນ, ທ່ານໄດ້ປະເມີນຜົນດ້ວຍຕົນເອງ ແລະ ເຮັດວຽກກັບບັນດາອົງການກ່ຽວຂ້ອງຂອງທັງຝ່າຍຫວຽດນາມ ແລະ ກໍາປູເຈຍ, ໃນທີ່ສຸດ ກະຊວງສາທາລະນະສຸກ ກໍາປູເຈຍ ກໍລົບລ້າງຂໍ້ກໍານົດດັ່ງກ່າວ. ຫຼືວ່າ ເມື່ອທ່ານໄດ້ຮັບຂ່າວກ່ຽວກັບຄວາມຮ້ອນເອົ້າຂອງນັກສຶກສາ ກໍາປູເຈຍ ຢູ່ມະຫາວິທະຍາໄລການຢາ ຖ໋າຍບິ່ງ ໃນລະດູຮ້ອນ, ທ່ານໄດ້ລົງຂົນຂວາຍວິສາຫະກິດແຫ່ງໜຶ່ງ ອຸປະຖຳໃຫ້ 10.000 USD ເພື່ອປະກອບພັດລົມໃຫ້ແກ່ບັນດາຫ້ອງພັກຂອງນັກສຶກສາກຳປູເຈຍ ແລະ ລາວ ຢ່າງຄົບຖ້ວນ. ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງໃນວຽກງານພົວພັນຕ່າງປະເທດປະຊາຊົນເວົ້າລວມ ແລະ ການພົວພັນລະຫວ່າງຫວຽດນາມ ກັບ ກຳປູເຈຍ ເວົ້າສະເພາະ, ນອກຈາກໄດ້ຮັບຫຼຽນໄຊອັນສູງສົ່ງໂດຍພັກ, ລັດຫວຽດນາມ ມອບໃຫ້ແລ້ວ, ທ່ານ ຫວູມ້າວ ຍັງໄດ້ເປັນກຽດໄດ້ຮັບຫຼຽນໄຊ ກຽດຕິຄຸນ ຊັ້ນໜຶ່ງ ແລະ ຫຼຽນໄຊນາພົນທະຫານຊັ້ນສູງສຸດ ຂອງລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຫຼຽນໄຊຕ່າງໆຂອງປະເທດອື່ນໆອີກດ້ວຍ.         ໃນສານສະແດງຄວາມເສົ້າສະຫຼົດໃຈ ຝາກເຖິງການນຳປະຈຳສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ຂຽນວ່າ : “ພວກຂ້າພະເຈົ້າຕີລາຄາສູງຕໍ່ບັນດາການອຸທິດສ່ວນ ແລະ ຜົນງານຂອງ ທ່ານ ຫວູມ້າວ ທີ່ນຳມາໃຫ້ຫວຽດນາມ, ພິເສດແມ່ນບັນດາຄວາມມານະພະຍາຍາມຂອງ ທ່ານ ເພື່ອແນໃສ່ພັດທະນາໄມຕີຈິດມິດຕະພາບລະຫວ່າງ ກຳປູເຈຍ ແລະ ຫວຽດນາມ. ພວກຂ້າພະເຈົ້າ ຈະຈົດຈຳຮູບພາບຂອງທ່ານ ຫວູມ້າວ ແມ່ນຜູ້ໜຶ່ງທີ່ບໍ່ພຽງແຕ່ເມດຕາປານີ, ມີຄວາມສະໜິດສະໜົມ ເທົ່ານັ້ນ ຫາກຍັງມີອາລົມຈິດອັນຈິງໃຈ ແລະ ເຫັນອົກເຫັນໃຈປະຊາຊົນ ກຳປູເຈຍ ອີກດ້ວຍ”. ເຖິງວ່າ ທ່ານຈະຈາກໄປແລ້ວກໍຕາມ, ແຕ່ໄມຕີຈິດມິດຕະພາບ” ລະຫວ່າງ ຫວຽດນາມ - ກຳປູເຈຍ ເຊິ່ງທ່ານໄດ້ເພີ່ມພູນຄູນສ້າງມາໃນເກືອບ 4 ທົດສະວັດຜ່ານມານັ້ນ ໄດ້ ແລະ ຈະສືບຕໍ່ເຕີບໃຫຍ່ ແລະ ເກີດດອກອອກຜົນຕໍ່ໆໄປ./.        
TAG
VOV/VOVworld/ຫວູ​ມ້າວ/ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ/ຄ່ອງ​ແຄ້ວອ​່ອນ​ໄຫວ

More