VOV WorldVOV World
ທ່ານໝໍ ຫວຽດນາມ ນຳແສງສະຫວ່າງມາໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ ກຳປູເຈຍ
02/12/2018 05:20
(VOVWORLD) - ໃນຊຸມປີຜ່ານມາ, ຄົນທຸກຍາກໃນທົ່ວປະເທດ ກຳປູເຈຍ ນັບພັນໆຄົນ ໄດ້ເຫັນແສງສະຫວ່າງຈາກ 2 ປະເທດ ຫວຽດນາມ - ກຳປູເຈຍ, ນັ້ນແມ່ນໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ເພື່ອແນໃສ່ຈຸດປະສົງຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ການພົວພັນຮ່ວມມືພັດທະນາລະຫວ່າງ 2 ປະເທດ.
ທ່ານໝໍ ຫວຽດນາມ ນຳແສງສະຫວ່າງມາໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ ກຳປູເຈຍ
ເພື່ອເຂົ້າໃຈແຈ້ງກ່ຽວກັບບັນຫານີ້, ນັກຂ່າວ VOV ປະຈຳລາຊະອານາຈັກ ກຳປູເຈຍ ຂໍເຊີນທ່ານຜູ້ຟັງ ແລະ ເພື່ອນມິດເຂົ້າຮ່ວມໃນລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ຜ່າຕັດປ່ຽນແກ່ນຕາຂຸ້ນໂດຍບໍ່ເສຍຄ່າຢູ່ ກຳປູເຈຍ ດ້ວຍການເຂົ້າຮ່ວມຂອງໂຮງໝໍເສນາຮັກ 175, ໂຮງໝໍຕານະຄອນ ໂຮ່ຈີມິນ ແລະ ໂຮງໝໍ Preah Ket Mealea (ໂຮງໝໍເສນາຮັກ 179 ກຳປູເຈຍ).  ຄົນເຈັບນັບຮ້ອຍໆຄົນໄດ້ເຕົ້າໂຮມກັນຢ່າງທົ່ວໜ້າຢູ່ພະແນກຕາ, ໂຮງໝໍ Preah Ket Mealea ແສງແດດຍາມເຊົ້າສາດສ່ອງລົງມາຜ່ານຫວ່າງໃບໄມ້, ອາກາດສົດໃສ, ລົມພັດເຢັນໆສະບາຍທີ່ມີອາຍນ້ຳຂອງແມ່ນ້ຳຈາກທີ່ສະຫງົບສຸກ, ຄົນເຈັບນັບຮ້ອຍໆຄົນໄດ້ເຕົ້າໂຮມກັນຢ່າງທົ່ວໜ້າຢູ່ພະແນກຕາ, ໂຮງໝໍ Preah Ket Mealea, ນະຄອນຫລວງ ພະນົມເປັນ. ເຂົາເຈົ້າລ້ວນແຕ່ເປັນຄົນທີ່ມີອາຍຸສູງ, ຕາທັງຄູ່ບໍ່ເຫັນຮຸ່ງ, ຊ້ຳບໍ່ໜຳມີບາງຄົນບໍ່ສາມາດເຫັນທາງໄປໄດ້. ແມ່ຕູ້ Sun Tha, ອາຍຸ 72 ປີ, ມາຈາກແຂວງ Kandal (ຫ່າງຈາກນະຄອນຫລວງ ພະນົມເປັນ ກ່ວາ 40 ກີໂລແມັດ) ກຳລັງອ່ານຕົວໜັງສືດ້ວຍພາສາ ຫວຽດນາມ ແລະ ພາສາຂະແມໃຫ້ບັນດາຜູ້ຢູ່ອ້ອມຂ້າງຟັງເນື້ອໃນຂອງປ້າຍຄຳຂວັນທີ່ໄດ້ແຂວນຢູ່ທີ່ນີ້ດັງໆວ່າ: “ຍິນດີຕ້ອນຮັບຄະນະທ່ານໝໍຜ່າຕັດປ່ຽນແກ່ນຕາຂຸ້ນເພື່ອການກຸສົນຂອງໂຮງໝໍ 175 (ກອງທັບປະຊາຊົນ ຫວຽດນາມ) ແລະ ໂຮງໝໍຕານະຄອນ ໂຮ່ຈີມິນ. ເຮັດໃຫ້ຜູ້ໃດກໍ່ມີຮອຍຍີ້ມ, ຜູ້ນີ້ຊຸບຊິບກັບຜູ້ນັ້ນວ່າ: “ໂຊກດີແທ້ໆ!”; “ຂອບໃຈທີ່ມີບັນດາທ່ານໝໍ ຫວຽດນາມ ມາຊ່ວຍເຫຼືອ”. 6 ໂມງ 30 ນາທີເຊົ້າ, ບັນດາຄົນເຈັບທັງກິນອາຫານເຊົ້າ ທັງໂອ້ລົມແລກປ່ຽນແບ່ງປັນບັນດາຄວາມຫຍຸ້ງຍາກລຳບາກຂອງຕົນ ເມື່ອຄູ່ດວງຕາຂອງເຂົາເຈົ້ານັບມື້ນັບບໍ່ເຫັນຮຸ່ງ. ແມ່ຕູ້ Thuon Kanyka ແລະ ແມ່ຕູ້ ເລທິທ້ຽນ ເຊື້ອຊາດ ຫວຽດນາມ ພວມອາໄສຢູ່ ພະນົມເປັນ ໃຫ້ຮູ້ວ່າ:
TAG
VOV/VOVworld/ທ່ານໝໍ/ແສງສະຫວ່າງ/ຄົນເຈັບທີ່ທຸກຍາກ/ກຳປູເຈຍ

More