20 ປີແຫ່ງການຮ່ວມມືຊາຍແດນທາງບົກຫວຽດນາມ-ຈີນ
24/08/2020 09:17
(VOVWORLD) - ວັນທີ 23 ສິງຫາ, ຢູ່ນະຄອນ ມອງກາຍ, ຫວຽດນາມ ແລະ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ແລະ 10 ປີແຫ່ງວັນຜັນຂະຫຍາຍເອກະສານນິຕິກຳ ກ່ຽວກັບເຂດຊາຍແດນທາງບົກ ຫວຽດນາມ-ຈີນ. ນີ້ແມ່ນເຫດການສຳຄັນເພື່ອສອງປະເທດສະຫລຸບ, ຕີລາຄາບັນດາຜົນງານ, ບົດຮຽນໃນວຽກງານປະສານສົມທົບກັນ ພາຍຫຼັງ10 ປີທີ່ໄດ້ຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບເຂດຊາຍແດນທາງບົກ ແລະ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ຫວຽດນາມ-ຈີນ ກໍ່ຄືການຮ່ວມມື, ພັດທະນາທີ່ເຂດຊາຍແດນ.

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ-ຈີນ ເປັນປະທານຮ່ວມພິທີສະເຫຼີມສະຫຼອງ (ພາບ: baoquocte.vn ) ຫວນຄືນປະຫວັດສາດ, ວິວັດທະນາການເຈລະຈາການກຳນົດເຂດຊາຍແດນ ແລະ ແບ່ງເຂດປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ຜ່ານບັນດາຂີດໝາຍທີ່ສຳຄັນ. ເດືອນພະຈິກປີ 1957, ຄະນະເລຂາສູນກາງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມ ປະຈຸບັນ) ໄດ້ສົ່ງຈົດໝາຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະເໜີໃຫ້ສອງຝ່າຍ ຈົ່ງເຄົາລົບເສັ້ນຊາຍແດນປະຫວັດສາດ. ເດືອນເມສາປີ 1958, ສູນກາງພັກກອມມູນີດຈີນ ໄດ້ຕອບເຫັນດີກັບຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເຄົາລົບເສັ້ນຊາຍແດນປະຫວັດສາດ ໂດຍສົນທິສັນຍາ 2 ສະບັບກ່ຽວກັບການກຳນົດເສັ້ນຊາຍແດນ ເຊິ່ງໄດ້ລົງນາມໃນປີ 1887 ແລະ 1895 ລະຫວ່າງອຳນາດການປົກຄອງຝະລັ່ງ ຢູ່ອິນດູຈີນ ແລະ ລາຊະວົງ ຊິງ ຢູ່ຈີນ ກ່ຽວກັບການແກ້ໄຂທຸກການຍາດຊິງກັນດ້ວຍການເຈລະຈາ. ຈົນຮອດຫຼັງສັນຍາ ປາຣີ ເມື່ອເດືອນມັງກອນປີ 1973, ບັນດາການເຈລະຈາກ່ຽວກັບເຂດຊາຍແດນ ຫວຽດນາມ-ຈີນ ຈຶ່ງໄດ້ຮັບການເລີ່ມປະຕິບັດ. ການເຈລະຈາຄັ້ງທີ 1 ໄດ້ດຳເນີນເມື່ອເດືອນສິງຫາປີ 1974 ແຕ່ຍ້ອນຫຼາຍສາຍເຫດ, ການເຈລະຈາຄັ້ງຕ່າງໆບໍ່ບັນລຸໝາກຜົນໄດ້.
TAG
VOV/VOVworld/20 ປີ/ຊາຍແດນທາງບົກ/ຫວຽດນາມ-ຈີນ
Related
More








