30 ປີ ແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ: ຫວນຄືນຫຼັງ ແລະ ກ້າວເດີນຕໍ່
20/07/2018 09:25
(VOVWORLD) -ປີ 2018 ແມ່ນຂີດໝາຍ 30 ປີ ແຫ່ງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ. ກວ່າ 03 ທົດສະວັດຜ່ານມາ, ເຂດທີ່ມີເງິນລົງທຶນ FDI ໄດ້ກາຍເປັນກໍາລັງຫຼັກແຫຼ່ງ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມ. ໃນສະພາບການເສດຖະກິດໂລກໃນປັດຈຸບັນ ຍັງຂາດສະຖຽນລະພາບຫຼາຍຢ່າງ, ບັນດາການປະທະກັນ ກ່ຽວກັບດ້ານພູມີສາດການເມືອງ ຍັງຜັນແປຢ່າງສັບສົນ, ທ່າອ່ຽງອາລັກຂາການຄ້າພວມແຜ່ລາມອອກໃນທົ່ວໂລກ, ເພື່ອໃຫ້ FDI ສືບຕໍ່ຮັກສາບົດບາດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ຫວຽດນາມ ພວມມີບັນດາບາດກ້າວປະຕິຮູບຢ່າງແຮງໃນຂົງເຂດນີ້.

ນັບແຕ່ເມື່ອ FDI ເຂົ້າມາລົງທຶນຢູ່ຫວຽດນາມ ປີ 1988, ການລົງທຶນຈາກຕ່າງປະເທດ ໄດ້ສ້າງວິທີດຶງດູດການລົງທຶນໃໝ່, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ, “ປຸກລຸກ” ແລະຍົກສູງປະສິດທິຜົນໃນການນໍາໃຊ້ບັນດາແຫຼ່ງກໍາລັງລົງທຶນພາຍໃນປະເທດ, ຊ່ວຍໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ, ຍົກສູງທີ່ຕັ້ງ ແລະ ກໍາລັງແຮງຂອງຫວຽດນາມໃນສະພາບການຫັນເປັນໂລກາພິວັດ ເທື່ອລະກ້າວ.
TAG
VOV/VOVworld/FDI/ໂຄງປະກອບ/ແຜ່ລາມ
Related
More








