VOV WorldVOV World
75 ປີ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ-ຈີນ: ການ​ຮ່ວມ​ມື​ນັບ​ມື້​ນັບ​ຮອບ​ດ້ານ, ເລິກ​ເຊິ່ງ ແລະ ແທດ​ຈິງ
17/01/2025 08:56
(VOVWORLD) - ວັນທີ 18 ມັງກອນ ປີ 1950, ຈີນ ແມ່ນປະເທດທຳອິດໃນໂລກ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບປະເທດສາທາລະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນປະເທດ ສສ. ຫວຽດນາມ), ສ້າງຂີດໝາຍປະຫວັດສາດສຳຄັນໃນການພົວພັນລະຫວ່າງສອງປະເທດ. ຜ່ານໄລຍະເວລາ 75 ປີ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ໄດ້ເປີດກ້ວາງ, ເຂົ້າສູ່ລວງເລິກ, ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ ແລະ “ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ”.
75 ປີ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ-ຈີນ:  ການ​ຮ່ວມ​ມື​ນັບ​ມື້​ນັບ​ຮອບ​ດ້ານ, ເລິກ​ເຊິ່ງ ແລະ ແທດ​ຈິງ
(ພາບປະກອບ: ກະຊວງການຕ່າງປະເທດ)     ສອງປະເທດ ຫວຽດນາມ-ຈີນ ມີທີ່ຕັ້ງດ້ານພູມສາດທີ່ມີພູຜາ, ແມ່ນ້ຳເຊື່ອມຈອດກັນ, ວັດທະນະທຳຄ້າຍຄືກັນ. ພື້ນຖານຂອງນ້ຳໃຈມິດຕະພາບນີ້ ໂດຍບັນດາການນຳລຸ້ນກ່ອນຄືທ່ານປະທານ ເໝົາເຈີຕຸງ ແລະ ທ່ານປະທານ ໂຮ່ຈີມິນ ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ ເປັນນ້ຳໃຈອາລົມຈິດພິເສດ “ທັງເປັນສະຫາຍ ທັງເປັນອ້າຍນ້ອງ”.
TAG
VOV/VOVworld/75 ປີ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ-ຈີນ/ທ່ານ ຟ້າມຊາວມາຍ ​ອະ​ດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ/ທ່ານຮອງນາຍົກລັດຖະມົນຕີ/ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ/ທ່ານ ຮ່ວາງຊວັນແອັງ/ຮອງເລຂາຄະນະພັກ/ປະທານຄະນະກຳມະການ ປຊຊ ແຂວງ ກາວບັ່ງ

More