ອະນາຄົດການປະທະກັນຢູ່ ຢູແກຼນ ແມ່ນບັນຫາກວມລວມທີ່ກອງປະຊຸມຄວາມໝັ້ນຄົງ Munich
14/02/2025 08:06
(VOVWORLD) - ກອງປະຊຸມຄວາມໝັ້ນຄົງ Munich (MSC) ປະຈຳປີຄັ້ງທີ 61 ຊື່ງໄດ້ດຳເນີນແຕ່ວັນທີ 14-15 ກຸມພາ ຢູ່ນະຄອນ Munich ທາງພາກໃຕ້ປະເທດ ເຢຍລະມັນ. ກອງປະຊຸມປີນີ້ ໄດ້ດຶງດູດຄວາມສົນໃຈເປັນພິເສດ ຂະນະທີ່ອຳນາດການປົກຄອງໃໝ່ຢູ່ ອາເມລິກາ ພວມດຳເນີນບັນດາການກະທຳດ້ານຄວາມໝັນຄົງ ແລະ ການທູດສຳຄັນທີ່ກ່ຽວຂ້ອງເຖິງບັນດາການປະທະກັນຂະໜາດໃຫ່ຍໃນໂລກ, ພິເສດແມ່ນຢູ່ ຢູແກຼນ.

ກອງປະຊຸມຄວາມໝັ້ນຄົງ Munich ສຸມໃສ່ບັນຫາການປະທະກັນຢູ່ ຢູແກຼນ (ພາບ: securityconference.org ) ນຳໜ້າຄະນະຜູ້ແທນ ອາເມລິກາ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich (MSC) ປີນີ້ ແມ່ນທ່ານ J.D Vance. ຮອງປະທານາທິບໍດີ ອາເມລິກາ ນອກຈາກນັ້ນແລ້ວ, ທ່ານລັດຖມົນຕີການຕ່າງປະເທດ ອາເມລິກາ Marco Rubio ແລະ ເຈົ້າໜ້າທີ່ອະວຸໂສ ອາເມລິກາ ຫຼາຍທ່ານກໍ່ມີໜ້າຢູ່ ເອີລົບ ໃນອາທິດນີ້ ເພື່ອປຶກສາຫາລືກັບບັນດາສຳພັນທະມິດ ເອີລົບ ກ່ຽວກັບຫຼາຍຫົວເລື່ອງດ້ານຄວາມໝັ້ນຄົງ. ທ່ານເລຂາທິການໃຫ່ຍ ນາໂຕ Mark Rutte (ພາບເອກະສານ: THX/TTXVN )
TAG
VOV/VOVworld/ກອງປະຊຸມຄວາມໝັ້ນຄົງ Munich/ທ່ານເລຂາທິການໃຫ່ຍ ນາໂຕ Mark Rutte/ເກາະ Greenland/MSC/ທ່ານ Christoph Heusgen/ທ່ານ J.D Vance/ທ່ານ Pete Hegseth/ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລິດວາ ນາງ Dovile Sakaliene/ອະນາຄົດການປະທະກັນຢູ່ ຢູແກຼນ
Related
More








