ອາເມລິກາ - ຈີນ ມານະພະຍາຍາມປັບປຸງການພົວພັນດ້ານການຄ້າສອງຝ່າຍ
29/08/2023 08:55
(VOVWORLD) - ທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo ພວມມີການຢ້ຽມຢາມ ຈີນ ໃນເວລາ 4 ວັນ (ແຕ່ວັນທີ 27 – 30 ສິງຫາ). ການຢ້ຽມຢາມໄດ້ຮັບຖືວ່າຈະແກ້ໄຂຈຸດອຸດຕັນໃນຄວາມເຄັ່ງຕຶງດ້ານການຄ້າ, ຊຸກຍູ້ການເຈລະຈາ ເພື່ອແນໃສ່ນຳການພົວພັນດ້ານການຄ້າສອງຝ່າຍກັບຄືນສູ່ສະພາບເປັນປົກກະຕິ.

ທ່ານນາງ Gina Raimondo ແມ່ນເຈົ້າໜ້າທີ່ອາວຸໂສທີ 4 ຂອງ ອາເມລິກາ ທີ່ໄປຢ້ຽມຢາມ ຈີນ ໃນ 3 ເດືອນມານີ້, ພາຍຫຼັງທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງທ່ານປະທານາທິບໍດີ Joe Biden, ທ່ານ John Kerry, ທ່ານນາງລັດຖະມົນຕີການເງິນ Janet Yellen ແລະ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken. ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ ໃນເດືອນສິງຫານີ້, ອາເມລິກາ ເລີ່ມຫ້າມບ້ວງເງິນລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີທີ່ລະອຽດອ່ອນຂອງ ຈີນ ແລະ ຄາດວ່າຈະຈຳກັດການສົ່ງອອກທາດເຄິ່ງຊັກນຳໄຟຟ້າຫຼາຍຊະນິດແຕ່ເດືອນ ຕຸລາ ຈະມາເຖິງ ເປັນຕົ້ນໄປ.
TAG
VOV/VOVworld/ອາເມລິກາ/ຈີນ/ການຄ້າສອງຝ່າຍ/ທາດເຄິ່ງຊັກນຳໄຟຟ້າ
Related








