VOV WorldVOV World
ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່ກ​ານ​ເຕີບ​ໂຕ
27/04/2026 02:00
[VOVWORLD] - ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ດ້ວຍ​ຄວາມ​ຫວັງ​ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ​ໃນ​ປີ​ນີ້ ແລະ ຊຸມ​ປີ​ຕ​ໍ່​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕ​າມ, ການ​ປະ​ຕິ​ຮ​ູບ​ລະ​ບອບ​ລະ​ບຽບ​ການ​ໃນ​ປັດ​ຈຸ​ບັນ ບໍ່​ຢຸດ​ຢູ​່​ໃນການ​ປັບ​ປຸງ​ກົ​ດ​ໝາຍ​ບາງ​ສະ​ບັບ ຫຼື ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ແບບ​ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທິດ​ຈະ​ແຈ້ງກວ່າ, ມີ​ປະ​ສິດ​ທິ​ຜົນ​ກວ່າ ແລະ
ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່ກ​ານ​ເຕີບ​ໂຕ
     ໃນ​ຊຸມ​ປີ​ຜ່ານ​ມາ, ຈຸດ​ອຸດ​ຕັນ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ບໍ່​ນອນ​ຢູ່​ເລື່ອງ​ຂາດແຫຼ່​ງ​ທຶນ, ຂາ​ດ​ແຮງ​ງານ ຫຼື ໂອ​ກາດ, ຫາກ​ມັນ​ນອນ​ຢູ່​ແບບ​ວິ​ທີ​ການ​ຈັດ​ແບ່ງ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ. ເມື່ອ​ແຫຼ່ງ​ກຳ​ລັງ​ບໍ່​ໄດ້​ຮັບ​ການ​ນຳ​ພາ​ດ້ວຍ​ລະ​ບົບ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ມັນ​ອາດ​ຈະ​ຖືກກະ​ຈາຍ ແລະ ນຳ​ໃຊ້​ໂດຍ​ບໍ່​ມີປະ​ສິດ​ທິ​ຜົນ​ຢ່າງ​ງ່າຍ​ດາຍ. ດັ່ງ​ນັ້ນ, ເລື່ອງ ຫວຽດ​ນາມ ວາງ​ຈຸດ​ສຸມ​ໃສ່​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ໃຫ້​ສົມ​ບູນ​ແບບ, ​ນັບ​ແຕ່ການ​ປັບ​ປຸງ​ກົດ​ໝາຍ, ຫຼຸດ​ຜ່ອນ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ຕະຫຼອດ​ຮອດ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ປະ​ຕິ​ບັດນັ້ນ​ ແມ່ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນ​ພື້ນ​ຖານທີ່​ສຸດ​ຂອງ​ການ​ເຕີບ​ໂຕ. 260427_tsct_am_-_01.jpg
TAG
VOV/VOVWORLD/ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ/ຮູບ​ແບບ​ການ​ເຕີບ​ໂຕ