VOV WorldVOV World
ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ໃ​ຈ​ກາງ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ
03/07/2020 08:26
(VOVWORLD) - ໃນ 50 ປີຜ່ານມາ, ອາຊຽນ ແມ່ນໜຶ່ງໃນບັນດາແບບຢ່າງທີ່ປະສົບຜົນສຳເລັດຂອງການຮ່ວມມືໃນພາກພື້ນ. ຈາກພາກພື້ນທີ່ອຶດຫິວທຸກຍາກ, ຖືກແບ່ງແຍກ, ກາຍເປັນພາກພື້ນທີ່ມີຄວາມສາມັກຄີ, ເອກະພາບດ້ວຍຕະຫຼາດລວມ, ເປັນປະຊາຄົມທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ. ກຳລັງແຮງຂອງອາຊຽນ ນັ້ນແມ່ນ ຍາມໃດອາຊຽນ ກໍ່ໄດ້ແບ່ງປັນວິໄສທັດລວມ, ຈິນຕະນາການ ແລະ ການກະທຳຂອງປະຊາຄົມ, ຮັກສາບົດບາດໃຈກາງຂອງຕົນບໍ່ວ່າໃນສະພາບການໃດ. ໃນໄລຍະປະຈຸບັນ, ອາຊຽນ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ໃ​ຈ​ກາງ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ
(ພາບປະກອບ:qdnd.vn)     ການຮ່ວມມືຫຼາຍຝ່າຍໃນພາກພື້ນ ໄດ້ຊ່ວຍໃຫ້ລະປະເທດມີທ່າແຮງໃດໜຶ່ງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ. ປະຈຸບັນ, ອາຊຽນ ພວມມານະພະຍາຍາມແບ່ງປັນ ແລະ ເດັດດ່ຽວປະຕິບັດບັນດາມູນຄ່າລວມ ກ່ຽວກັບສິດເສລີດ້ານການຄ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ, ນຳໃຊ້ທຸກກຳລັງໜູນເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມແບບກວມລວມ ແລະ ໝັ້ນຄົງໃນພາກພື້ນ ເມື່ອໂລກລະບາດໂຄວິດ-19 ສີ້ນສຸດລົງ.
TAG
VOV/VOVworld/ອາ​ຊຽນ​/​ບົດ​ບາດ​ໃ​ຈ​ກາງ/ຈິນຕະນາການ/ປະຊາຄົມ

More