VOV WorldVOV World
ອາບການິສະຖານໂຈະການເຊັນສັນຍາປ້ອງກັນຄວາມສະຫງົບ2ຝ່າຍກັບອາເມລິກາ
18/03/2014 06:41
ທ້າຍອາທິດ​ຜ່ານ​ມາ, ອີກ​ເທື່ອ​ໜຶ່ງ​, ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ​ໄດ້​ຖະ​ແຫຼ​ງວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ ອາຊີ ​ໃຕ້​ນີ້ ອາດ​ສາມາດ​ຮັບປະກັນ​ຄວາມ​ສະຫງົບ ​​ເຊິ່ງບໍ່​ຕ້ອງ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ຂອງ​ກຳລັງ​ສາກົນ.
ອາບການິສະຖານໂຈະການເຊັນສັນຍາປ້ອງກັນຄວາມສະຫງົບ2ຝ່າຍກັບອາເມລິກາ
(vovworld) - ທ້າຍອາທິດ​ຜ່ານ​ມາ, ອີກ​ເທື່ອ​ໜຶ່ງ​, ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ​ໄດ້​ຖະ​ແຫຼ​ງວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ ອາຊີ ​ໃຕ້​ນີ້ ອາດ​ສາມາດ​ຮັບປະກັນ​ຄວາມ​ສະຫງົບ ​​ເຊິ່ງບໍ່​ຕ້ອງ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ຂອງ​ກຳລັງ​ສາກົນ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ລົບ​ລ້າງ​ຄວາມ​ຫວັງ​ຂອງວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ກ່ຽວ​ກັບ​​ເລື່ອງ ປະທານາທິບໍດີ ຜູ້​ໃກ້​ຈະ​ສິ້ນ​ສຸດ​ອາຍຸ​ການ ອາບ​ກາ​ນິດ​ສະຖານ ຈະ​ເຊັນ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ​ກັບ ອາ​ເມ​ລິ​ກາ. ​ວົງ​ການ​ຜູ້​ສັງ​​ເກດ​ການ​ຖື​ວ່າ: ​ເລື່ອງ​ໂຈະ​ການ​ເຊັນ​ສັນຍາປ້ອງ​ກັນ​ຄວາມ​ສະຫງົບ​ 2 ຝ່າຍ​ (BSA) ຂອງ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ ​ໄດ້​ເຮັດ​ໃຫ້ ອາກາ​ນິດ​ສະຖານ ປະສົບ​ກັບການ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ​ໃນ​ໄລຍະ​ຈະ​ມາ​ເຖິງ.
TAG
vov/vovworldອາບການິສະຖານໂຈະການເຊັນສັນຍາປ້ອງກັນຄວາມສະຫງົບ2ຝ່າຍກັບອາເມລິກາ