VOV WorldVOV World
ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແລະ ຂີດໝາຍໃນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ
21/03/2018 08:53
(VOVWORLD) - ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ສ້າງຂີດໝາຍສ່ວນຕົວດ້ວຍບັນດາການປະຕິຮູບຢ່າງແຮງ, ປະກອບສ່ວນຊຸກຍູ້ການເຕີບໂຕ ແລະ ສ້າງເສດຖະກິດມະຫາພາກເປັນປົກກະຕິ.
ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແລະ ຂີດໝາຍໃນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ
ອະດີດນາຍົກລັດຖະມົນຕີ ຟານວັນຂາຍ (ອາຍຸການ 1997 - 2006) ບໍ່ພຽງແຕ່ໄດ້ຮັບການຕີລາຄາວ່າ ເປັນຜູ້ທີ່ມີວິໄສທັດຍຸດທະສາດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງລະບົບເສດຖະກິດ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຖືວ່າ ແມ່ນຜູ້ກັບຕັນເຮືອທີ່ເກັ່ງກ້າສາມາດ, ນຳພື້ນຖານເສດຖະກິດ ຫວຽດນາມ ຜ່ານຜ່າຊຸມປີທີ່ຫຍຸ້ງຍາກຂອງສະໄໝຕົ້ນໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ເປີດປະຕູອີກດ້ວຍ.   ອະດີດນາຍົກລັດຖະມົນຕີ ຟານວັນຂາຍ (ພາບ:vov.vn )         ໃນອະຍຸການປະຕິບັດງານຂອງຕົນ, ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ສ້າງຂີດໝາຍສ່ວນຕົວດ້ວຍບັນດາການປະຕິຮູບຢ່າງແຮງ, ປະກອບສ່ວນຊຸກຍູ້ການເຕີບໂຕ ແລະ ສ້າງເສດຖະກິດມະຫາພາກເປັນປົກກະຕິ. ແບກຫາບບັນດາໜ້າທີ່ຄວາມຮັບຜິດຊ້ອບ ສຳຄັນດ້ານເສດຖະກິດ - ສັງຄົມ - ການເມືອງພາຍໃນ, ແລະນັບທັງບັນດາການເຄື່ອນໄຫວພົວພັນຕ່າງປະເທດອີກດ້ວຍ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ປະບັນດາມໍລະດົກໄວ້ໃຫ້ຄົນລຸ້ນຫລັງ.
TAG
VOV/VOVworld/ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟານ​ວັນ​ຂາຍ

More