VOV WorldVOV World
ໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ກູບາ
14/04/2015 12:00
ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາພວມ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ​, ແນ​ໃສ່ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ຖືກ​ຕັດ​ຕອນ​ນັບ​ແຕ່​ປີ 1961
ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ກູ​ບາພວມ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ​, ແນ​ໃສ່ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ຖືກ​ຕັດ​ຕອນ​ນັບ​ແຕ່​ປີ 1961. ພາຍຫຼັງ​ທີ່​ມີ​ການ​ຈັບ​ມື​ຄັ້ງ​ປະ​ຫວັດ​ສາດ​ຢູ່​ທີ່​ງານ​ສົບ​ອະ​ດີດ​ປະ​ທາ​ນາທິ​ບໍ​ດີອາ​ຟະ​ລິ​ກາ​ໃຕ້ Nelson Mendela ເມື່ອ​ເດືອນ 12/2013 ນັ້ນ, ການ​ພົບ​ປະ​ຄັ້ງ​ນີ້​ລະ​ຫວ່າງ​ການ​ນຳ 2 ທ່ານ​ທີ່ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ທະ​ວີບອາ​ເມ​ລິ​ກາ ຊຶ່ງ​ດຳ​ເນີນ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່ Panama ໄດ້​ຮັບ​ຖື​ວ່າ ແມ່ນ​ສັນ​ຍາ​ລັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ເປັນ​ຂີດ​ໝາຍ​ແຫ່ງຄວາມຕັດ​ສິນ​ໃຈ​ເປີດ​ໄລ​ຍະ​ໃໝ່​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງຢູ່​ທະ​ວີບ​ອາ​ເມ​ລິ​ກາ​ລາ​ຕິນ.   ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama  ແລະ ປະ​ທານ ກູ​ບາ Raul Castro ໄດ້​ຈັບ​ມື​ກັນຢູ່​ປາ​ນາ​ມາ​ເມື່ອ​ວັນ​ທີ 11/4.      ວັນ​ທີ 11/4, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ.ປ.ຊ Ban Ki Moon ແລະ ບັນ​ດາ​ການ​ນຳ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ​ລາ​ຕິນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama  ແລະ ປະ​ທານ ກູ​ບາ Raul Castro ໄດ້​ຈັບ​ມື​ກັນ ແລະ ແລກ​ປ່ຽນ​ເປັນ​ເວ​ລາ​ສັ້ນ ກ່ອນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ທະ​ວີບອາ​ເມ​ລິ​ກາຄັ້ງ​ທີ 7. ນີ້​ແມ່ນ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ລະ​ຫວ່າງວໍ​ຊິງ​ຕັນ ແລະ ລາ​ຮາ​ວານ.
TAG
vov/vovworld/ກູ​ບາ/ອາ​ເມ​ລິ​ກາ