ໄຊເບີ ແລະ ການປະທະກັນທົ່ວໂລກກໍ່ຄວາມກົດດັນຕໍ່ບັນຫາສິດທິມະນຸດປີ 2025
12/12/2025 09:21
(VOVWORLD) - ການກະປະກັນທີ່ແຜ່ລາມອອກສູ່ຫຼາຍເຂດພາກໃນໂລກ, ບວກກັບໄລຍະຫ່າງລະຫວ່າງດີຈີຕອນ ແລະ ການຂາດບັນດາກົນໄກຄວບຄຸມໄຊເບີຢ່າງມີປະສິດທິຜົນນັ້ນ ໄດ້ເຮັດໃຫ້ສະພາບການສິດທິມະນຸດໃນໂລກປີ 2025 ສືບຕໍ່ຮັບຮູ້ວ່າມີສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ.

ໃນຂໍ້ສັງເກດທີ່ໄດ້ຍົກອອກມາໃນວັນທີ 10 ທັນວາ, ເນື່ອງໃນວັນສິດທິມະນຸດໂລກ, ຫ້ອງວ່າການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (OHCHR) ໃຫ້ຮູ້ວ່າ ໃນປີ 2025 ສະພາບການສິດທິມະນຸດໃນໂລກຖືກຜົນກະທົບຢ່າງຮ້າຍແຮງຈາກບັນດາການປະທະກັນ ແລະ ເລື່ອງຫຼຸດຜ່ອນງົບປະມານຊ່ວຍເຫຼືອ, ໃນຂະນະທີ່ບັນດາຂະບວນການຂັດຄ້ານອຳນາດການປົກຄອງພັດເກີດຂຶ້ນໄດ້ກໍ່ຄວາມວິຕົກກັງວົນຢູ່ຫຼາຍປະເທດພັດທະນາ.
TAG
VOV/VOVworld/ໄຊເບີ/ການປະທະກັນທົ່ວໂລກ/ສິດທິມະນຸດປີ 2025
Related
More








