ໄຊຊະນະດ້ຽນບຽນຝູ - ການຕີລາຄາ, ຍ້ອງຍໍຊົມເຊີຍ
07/05/2014 15:00
ໄຊຊະນະດ້ຽນບຽນຝູກ່ອນນີ້ 60 ປີໄດ້ສິ້ນສຸດໄລຍະ 9 ປີແຫ່ງການຕໍ່ຕ້ານຍາວນານຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ
ໄຊຊະນະດ້ຽນບຽນຝູ ເມື່ອວັນທີ 7/5/1954 (ພາບເອກະສານ) ໄຊຊະນະດ້ຽນບຽນຝູກ່ອນນີ້ 60 ປີໄດ້ສິ້ນສຸດໄລຍະ 9 ປີແຫ່ງການຕໍ່ຕ້ານຍາວນານຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ໄຊຊະນະນີ້ບໍ່ພຽງແຕ່ແມ່ນຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນວິລະກຳປະຫວັດສາດຂອງມວນມະນຸດໃນສະຕະວັດທີ 20, ພ້ອມທັງສ້າງກຳລັງໜູນໃຫ້ແກ່ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກສືບຕໍ່ທຳການຕໍ່ສູ້ເພື່ອລົບລ້າງລະບອບລ່າເມືອງຂຶ້ນ, ຍາດເອົາເອກະລາດແຫ່ງຊາດ. ເມື່ອເຕື້ອງເຖິງ ໄຊຊະນະດ້ຽນບຽນຝູໃນແຕ່ລະເທື່ອ, ບັນດານັກຄົ້ນຄ້ວາ,ນັກປະຫວັດສາດກໍຄືນາຍທະຫາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍລ້ວນແຕ່ເນັ້ນໜັກເຖິງແນວທາງປະຕິວັດອັນຖືກຕ້ອງ, ຄວາມເປັນຈິດໜ່ຶງໃຈດຽວທຳການຕໍ່ສູ້ຂອງທັງຊາດ ແລະ ສິລະປະຍຸດການທະຫານທີ່ປິຊາສາມາດຂອງນາຍທະຫານຫວຽດນາມ.
TAG
vov/vovworld/ໄຊຊະນະ ດ້ຽນບຽນຝູ
Related








