VOV WorldVOV World
ອະນາຄົດດ້ານການເມືອງຂອງ ຢູແກຼນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ
30/10/2014 12:13
ພາຍຫຼັ​ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 8 ຢູ່​ຢູ​ແກຼນດ້ວຍ​ໄຊ​ຊະ​ນະ​ແມ່ນ​ໄດ້​ແກ່​ບັນ​ດາ​ພັກ​ເດີນ​ຕາມ​ທ່າ​ອຽງ​ນິ​ຍົມ​ຝ່າຍ​ຕ​າ​ເວັນຕົກນັ້ນ, ຢູ​ແກຼນພວ​ມ​ຮີບ​ເຮັ່ງ​ດ​ຳ​ເນີນ​ການ​ເຈ​ລະ​ຈ​າ​
ອະນາຄົດດ້ານການເມືອງຂອງ ຢູແກຼນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ
ພາຍຫຼັ​ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 8 ຢູ່​ຢູ​ແກຼນດ້ວຍ​ໄຊ​ຊະ​ນະ​ແມ່ນ​ໄດ້​ແກ່​ບັນ​ດາ​ພັກ​ເດີນ​ຕາມ​ທ່າ​ອຽງ​ນິ​ຍົມ​ຝ່າຍ​ຕ​າ​ເວັນຕົກນັ້ນ, ຢູ​ແກຼນພວ​ມ​ຮີບ​ເຮັ່ງ​ດ​ຳ​ເນີນ​ການ​ເຈ​ລະ​ຈ​າ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ. ແຕ່​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ພາຍ​ໃນ ຢູ​ແກຼນ ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ຂອງ​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ພວມ​ແມ່ນ​ສິ່ງ​ກີດ​ຂວາງ​ສຳ​ລັບ​ບັນ​ດາ​ການ​ນຳ​ປະ​ເທດນິ້ີ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີ​ລົບ.      ພາຍຫຼັງ​ທີ່ບ​ັນ​ດາ​ກຳ​ລັງເດີນ​ຕາມ​ລັດ​ທິ​ຊາດ​ແຫ່ງ​ສະ​ຫງົບ ແລະ ບັນ​ດາ​ພັກ​ນິ​ຍົມ​ຝ່າຍ​ຕາ​ເວັນ​ຕົກ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 26/10, ວຽກ​ງານ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ແມ່ນ​ສ້າງ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຊຶ່ງ​ໄດ້​ເລີ່ມ​ເຄື່ອນ​ໄຫວ. ດ້ວຍ 98,4 ຍອດ​ຈຳ​ນວນ​ບັດ​ທີ່​ໄດ້​ນັບ​ແລ້ວ, ພັກ​ແນວ​ໂຮມ​ປະ​ຊາ​ຊົນ​ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk ສາ​ມາດ​ຍາດ​ໄດ້ 22,17% ຈຳນວນບັດ ແລະ ພວມ​ນຳ​ໜ້າ​ກຸ່ມ​ Poroshenko ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ພວມ​ດຳ​ລົງ​ຕຳ​ແໜ່ງ ທ່ານ Petro Poroshenko  ດ້ວຍ 21,82% ຈຳ​ນວນ​ບັດ. ສະ​ຖານ​ທີ່​ປ່ອນ​ບັດ​ຢູ່​ຢູ​ແກຼນ
TAG
vov/vovworld/ການ​ເລືອກ​ຕັ້ງ