APPF ຊຸກຍູ້ການຮ່ວມມືພັດທະນາພາກພື້ນ ອາຊີ - ປາຊີຟິກ
17/01/2018 07:52
(VOVWORLD) - APPF ໄດ້ຮັບການສ້າງຕັ້ງແຕ່ປີ 1993, ຂອບຂະໜາດຂອງ APPF ເຖິງວ່າບໍ່ໃຫຍ່ຄືສະຫະພັນລັດຖະສະພາສາກົນກໍ່ຕາມ ແຕ່ສະມາຊິກຂອງ APPF ມີປະເທດໃຫຍ່ຫລາຍປະເທດ, ມີບົດບາດ ແລະ ສຽງເວົ້າສຳຄັນໃນການພົວພົນສາກົນຄື: ອາເມລິກາ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ຈີນ, ອົດສະຕາລີ...

ວັນທີ 18 ມັງກອນ, ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (ເອີ້ນຫຍໍ້ວ່າ APPF) ຈະໄຂຂຶ້ນຢູ່ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດາການນຳລັດຖະສະພາປະເທດສະມາຊິກ. ໂດຍໄດ້ດຳເນີນໄປໃນສະພາວະ APPF ຄົບຮອບ 25 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ກອງປະຊຸມໄດ້ວາງອອກຄວາມຮຽກຮ້ອງຕ້ອງປ່ຽນແປງໃໝ່ໂຄງການດຳເນີນງານ, ກຳນົດວິໄສທັດໃໝ່ໃຫ້ APPF ໃນໄລຍະພັດທະນາຕໍ່ໄປ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການກອງປະຊຸມກະກຽມໃຫ້ APPF - 26 ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຈະດຳເນີນແຕ່ວັນທີ 18 – 21 ມັງກອນ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງການພົວພັນຕ່າງປະເທດສຳຄັນຂອງ ຫວຽດນາມ ໃນປີ 2018. ໃນຂອບເຂດກອງປະຊຸມ, ບັນດາສະມາຊິກລັດຖະສະພາພາຄີເຂົ້າຮ່ວມ 5 ກອງປະຊຸມ: ກອງປະຊຸມສະມາຊິກລັດຖະສະພາຍິງພ້ອມກັບ 4 ກອງປະຊຸມຄົບຄະນະກ່ຽວກັບບັນດາຫົວຂໍ້ວ່າ: ການເມືອງ ແລະ ຄວາມໝັ້ນຄົງ; ເສດຖະກິດ ແລະ ການຄ້າ; ການຮ່ວມມືໃນພາກພື້ນອາຊີ - ປາຊີຟິກ; ບັນດາບັນຫາ APPF. ກອງປະຊຸມກໍ່ຈະຮັບຮອງເອົາມະຕິ ແລະ ຖະແຫຼງການຮ່ວມ.
TAG
VOV/VOVworld/APPF/ພາກພື້ນ ອາຊີ - ປາຊີຟິກ
Related
More








