VOV WorldVOV World
ອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈືອງຊາໂດຍສັງເກດຈາກກົດໝາຍສາກົນ
28/05/2014 09:07
ໃນ​ຊຸມ​ມື້​ນີ້, ຫາງ​ສຽງ​ທັງ​ຢູ່​ພາຍ​ໃນ ​ແລະ ສາກົນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ກະທຳ​ຂອງ​ຈີນ​ທີ່ລ່ວງ​ລ້ຳ​ອະທິ​ປະ​ໄຕຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ ຂະນະ​ທີ່​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ນ່ານທະເລຂອງ​ຫວຽດນາມ
ໃນ​ຊຸມ​ມື້​ນີ້, ຫາງ​ສຽງ​ທັງ​ຢູ່​ພາຍ​ໃນ ​ແລະ ສາກົນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ກະທຳ​ຂອງ​ຈີນ​ທີ່ລ່ວງ​ລ້ຳ​ອະທິ​ປະ​ໄຕຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ ຂະນະ​ທີ່​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ແທນ​ທີ່​ປະຕິບັດ ສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ຊຶ່ງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ນັ້ນ, ຈີນ​ຍັງ​ໄດ້​ນຳ​ໃຊ້​ກຳລັງ​ອາວຸດບົນ​ທະ​ເລ, ກ່າວ​ຕູ່​ຫາ​ຫວຽດນາມ​ມີ​ການ​ກະທຳ​ເກາະ​ຜິດ. ​ ຫວຽດນາມມີພະຍານ​ຫຼັກ​ຖານຢ່າງຄົບຖ້ອນເພື່ອ​ຢັ້ງຢືນອະທິປະ​ໄຕ​ທີ່ມີຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ     ກ່ອນ​ອື່ນ​ໝົດ, ອາດ​ຢືນຢັນ​ໄດ້​ວ່າ ການ​ແກ້​ໄຂ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ນ້ຳ​ດິນ​ແດນ​ໃນ​ໂລກ​ໄດ້​ຮັບ​ການ​ປະຕິບັດ ​ແລະ ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ​ໃນ​ຊີວິດ​ສາກົນ ​ໂດຍ​ອີງ​ບົນ​ຫຼັກການ​ຄອບ​ຄອງ​ຢ່າງ​ແທ້​ຈິງ ​ແລະ ປະຕິບັດ​ສິດ​ອຳນາດ​ແຫ່ງ​ລັດ​ຢ່າງ​ແທ້​ຈິງ, ຕໍ່​ເນື່ອງ ​ແລະ ສັນຕິພາບ.    
TAG
vov/vovworld/ໝູ່ເກາະ/ອະທິປະໄຕ