ໃຊ້ຂໍ້ອ້າງຈົດໝາຍປີ 1958 ເພື່ອຫັນແຜນການ ທວງເອົາອະທິປະໄຕເປັນຖືກຕ້ອງແມ່ນຜິດພາດ
27/06/2014 12:21
ພ້ອມກັບເລື່ອງຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດນ່ານທະເລຂອງຫວຽດນາມນັ້ນ, ຈີນສືບຕໍ່ອະທິບາຍຢ່າງຜິດເຂວກ່ຽວກັບເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງ

ພ້ອມກັບເລື່ອງຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມນັ້ນ, ຈີນສືບຕໍ່ອະທິບາຍຢ່າງຜິດເຂວກ່ຽວກັບເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງ( ຈົດໝາຍ 1958 ) ເພື່ອຖືວ່າ ຫວຽດນາມໄດ້ຍອມຮັບຈີນມີອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ. ທ່ານ ດຣ ຫງວຽນຕວານທັ້ງ ຮອງຫົວໜ້າຄະນະຮັບຜິດຊອບວິຊາກົດໝາຍສາກົນ, ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ໄດ້ສັງເກດ ຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງຈາກແງ່ມຸມກົດໝາຍສາກົນ ເພື່ອຊີ້ອອກວ່່າ ຈີນໄດ້ຜິດພາດຢ່າງສິ້ນເຊິ່ງເມື່ອສວຍໃຊ້ ຈົດໝາຍສະບັບນີ້ເພື່ອທ່ວງເອົາອະທິປະໄຕ. ຕາມທ່ານເຈີນຢີຫາຍ, ຮອງຫົວໜ້າຄະນະກຳມະການ ຊາຍແດນ ແຫ່ງຊາດ, ຈີນໄດ້ຕັ້ງໃຈ ເສກສັນປັ້ນແຕ່ງບິດເບືອນຄວາມຈິງ ແລະ ອະທິບາຍຢ່າງຜິດເຂວກ່ຽວກັບເນື້ອໃນຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຝ້າມວັນດົງປີ1958 ວັນທີ 4/9/1958, ລັດຖະບານຈີນໄດ້ອອກຖະແຫຼງການພຽງລຳພັງຝ່າຍດຽວກ່ຽວກັບເຂດນ່ານນ້ຳໃນສະພາວະທີ່ກອງປະຊຸມກົດໝາຍທະເລຄັ້ງທີ 1 ຂອງສະຫະປະຊາຊາດບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງກຳນົດລວງກ້ວາງເຂດນ່ານນ້ຳລະຫວ່າງບັນດາປະເທດ, ດັ່ງນັ້ນແຕ່ລະປະເທດໄດ້ມີການທວງເອົາກຳມະສິດທີ່ແຕກຕ່າງກັນໂດຍລຳພັງຝ່າຍດຽວ, ໃນນັ້ນອາເມລິກາໄດ້ສະເໜີວ່າ ເຂດນ່ານນ້ຳຄວນມີລວງກ້ວາງ 3 ໄມທະເລ, ບັນດາປະເທດອື່ນຖະແຫຼງຄວນມີ 4,5 ໄມທະເລ, ສ່ວນຈີນຍົກອອກທັດສະນະວ່າ ຄວນມີລວງກ້ວາງ 12 ໄມທະເລ. ວັນທີ 14/9/1958, ທ່ານນາຍົກລັດຖະມົນຕີລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ຝ້າມວັນດົງ ໄດ້ສົ່ງຈົດໝາຍເຖິງທ່ານນາຍົກລັດຖະມົນຕີຈີນ ເຈົາເອີນລ້າຍ, ໃນນັ້ນຢືນຢັນວ່າ “ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ ຮັບຮູ້ ແລະ ເຫັນດີຕໍ່ຖະແຫຼງການເມື່ອວັນທີ 4/9/1958 ຂອງລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ, ຕົກລົງກ່ຽວກັບເຂດນ່ານທະເລຂອງຈີນ”....
TAG
vov/vovworld/ຈົດໝາຍ/ເຂດນ່ານນ້ຳ
Related








