ບາດກ້າວທຳອິດໃຫ້ແກ່ວິວັດການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ
30/11/2021 10:20
(VOVWORLD) - ວັນທີ 29 ພະຈິກ, ຢູ່ ວຽນ, ໂອຕາລິດ, ອີຣານ ພ້ອມດ້ວຍ 5 ປະເທດມະຫາອຳນາດ ລວມມີ ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະ ເຢຍລະມັນ ໄດ້ເຂົ້າຮ່ວມການເຈລະຈານຳກັນ ພາຍຫຼັງທີ່ຖືກຢຸດສະງັກເປັນເວລາເກືອບ 6 ເດືອນ, ເພື່ອແນໃສ່ຊອກຫາວິທີກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ເຖິງວ່າໝາກຜົນທີ່ບັນລຸໄດ້ຍັງມີຂໍ້ຈຳກັດຢູ່ກໍ່ຕາມ ແຕ່ ຕາມບັນດານັກໄຈ້ແຍກແລ້ວ ເລື່ອງ ອີຣານ ຍອມເຂົ້າຮ່ວມການເຈລະຈາ ແມ່ນການກະທຳທີ່ເຕັມໄປດ້ວຍເຈດຕະນາດີ ຈະເປີດສາຍພົວພັນອັນດີງາມໃນອະນາຄົດ.

ການເຈລະຈາ ຖືກດຳເນີນຢູ່ ວຽນ, ໂອຕາລິດໃນວັນທີ 29 ພະຈິກ (ພາບ: REUTERS)
TAG
VOV/VOVworld/ຂໍ້ຕົກລົງ JCPOA/ເຈລະຈາ/ອີີີຣານ/ອາເມລິກາ
Related








