ບາດກ້າວຫັນປ່ຽນທີ່ໜ້າປະທັບໃຈຂອງອິນເຕີເນັດຢູ່ ຫວຽດນາມ
11/02/2025 07:41
(VOVWORLD) - ພ້ອມກັບຈຳນວນຜູ້ນຳໃຊ້ຢ່າງໃຫຍ່ຫຼວງ, ຄວາມໄວຂອງອິນເຕີເນັດ ຫວຽດນາມ ກໍ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້.

ວັນທີ 11 ກຸມພາ, ແມ່ນວັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ຢູ່ ຫວຽດນາມ, ມີຜູ້ນຳໃຊ້ອິນເຕີເນັດກວ່າ 78 ລ້ານຄົນ. ຄາດວ່າ, ຕົວເລກດັ່ງກ່າວຈະບັນລຸລະດັບ 100 ລ້ານຄົນໂດຍໄວ, ສ້າງຂີດໝາຍສຳຄັນໃນວິວັດການເຊື່ອມໂຍງ ແລະ ສ້າງພື້ນຖານເສດຖະກິດດີຈີຕອນ. ພື້ນຖານໂຄງລ່າງອິນເຕີເນັດນັບມື້ນັບທັນສະໄໝ, ມີຄວາມໄວສູງ, ຮັກສາຄວາມລັບໄດ້ຢ່າງເປັນດີ, ຕອບສະໜອງຄວາມຕ້ອງການນຳໃຊ້ເປັນຢ່າງດີ, ກາຍເປັນພື້ນຖານທີ່ຈຳເປັນໃຫ້ແກ່ການຫັນເປັນດີຈີຕອນ ແລະ ພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
TAG
VOV/VOVworld/ຍຸດທະສາດ/ອິນເຕີເນັດ/ເຕັກໂນໂລຊີ/ຊຸກຍູ້
Related
More








