VOV WorldVOV World
ບາດກ້າວພັດທະນາໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີ
22/03/2018 10:10
(VOVWORLD) -ວັນທີ 22 ມີນາ, ທ່ານປະທານາທິບໍດີ ສເກົາຫລີ Moon Jae In ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຫວຽດນາມ (22 – 24 ມີນາ). ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ ແລະ ແມ່ນການຢ້ຽມຢາມ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2 (ພາຍຫລັງຢ້ຽມຢາມອິນໂດເນເຊຍ) ຂອງທ່ານ Moon Jae In ນັບແຕ່ເມື່ອຮັບດຳລົງຕຳແຫນ່ງ (ເດືອນພຶດສະພາປີ 2017). ການຢ້ຽມຢາມດຳເນີນໃນສະພາບການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດ ຫວຽດນາມ - ສເກົາຫລີ ນັບມື້ນັບພັດທະນາຢ່າງຕັ້ງຫນ້າ. ໝາກຜົນການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສເກົາຫລີ ໃນໄລຍະຈະມາເຖິງ.
ບາດກ້າວພັດທະນາໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີ
ຫວຽດນາມ ແລະ ສເກົາຫລີ ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 22 ທັນວາ ປີ 1992. ສອງປະເທດ ຫາກໍ່ຈັດຕັ້ງພິທີສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1992 – 2017). ປະຈຸບັນ, ຫວຽດນາມ ແລະ ສເກົາຫລີ ແມ່ນຄູ່ຮ່ວມມືຍຸດທະສາດ (ນັບແຕ່ປີ 2009). ສອງປະເທດກໍ່ໄດ້ລົງນາມໃນສັນຍາການຄ້າເສລີ FTA (2014).
TAG
VOV/VOVworld/ການ​ພົວ​ພັນ​​ລະ​ຫວ່າງສອງ​ປະ​ເທດ​

More