ບາດລ້ຽວໃນນະໂຍບາຍສຳລັບການເຫຼື້ອມໃສ,ສາດສະໜາຢູ່ຫວຽດນາມ
28/10/2016 10:44
ປະຊາຄົມຜູ້ເຊື່ອຖືສາດສະໜາ ຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ຫາກໍ່ປຶກສາຫາລື ແລະ ຄາດຄະເນຈະຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາດສະໜາ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 2, ສະພາແຫ່ງຊາດ ຊຸດທີ 14

ປະຊາຄົມຜູ້ເຊື່ອຖືສາດສະໜາ ຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ຫາກໍ່ປຶກສາຫາລື ແລະ ຄາດຄະເນຈະຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາດສະໜາ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 2, ສະພາແຫ່ງຊາດ ຊຸດທີ 14. ບັນດາຜູ້ມີຍົດສັກຕຳແໜ່ງ ຂອງບັນດາສາດສະໜາ ຖືວ່າ: ການສ້າງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາດສະໜາ ໃນຈຸດເວລານີ້ ແມ່ນຈຳເປັນທີ່ສຸດ, ຍ້ອນໄດ້ຫັນເປັນລະບອບລະບຽບການ ບັນດາຂໍ້ກຳນົດ ຂອງລັດຖະທຳມະນູນປີ 2013 ກ່ຽວກັບສິດເສລີ ໃນການເຫຼື້ອມໃສສາດສະໜາ ກໍຄືປະກອບສ່ວນຮັບປະກັນສິດເສລີໃນການເຫຼື້ອມໃສ, ສາດສະໜາ ໃຫ້ແກ່ທຸກຄົນ, ເປັນຕົ້ນແມ່ນໃຫ້ແກ່ບັນດາຜູ້ເຊື່ອຖືສາດສະໜາ, ເຫຼື້ອມໃສ. ພະອາຈານໃຫຍ່ ທິກແທງກວຽດໃນກອງປະຊຸມສະໄໝສາມັນ ຄັ້ງທີ 2, ສະພາແຫ່ງຊາດ ຊຸດທີ 14 ຫວຽດນາມເປັນປະເທດທີ່ມີຫຼາຍຊົນເຜົ່າ, ສາດສະໜາ, ຄວາມເຫຼື້ອມໃສ. ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຢືນຢັນ ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ເປັນທີ່ເຄົາລົບ, ຮັບປະກັນສິດເສລີ, ໃນການເຫຼື້ອມໃສ ຂອງປະຊາຊົນ. ບັນດາສາດສະໜາ ຍາມໃດກໍສາມັກຄີຮ່ວມເດີນທາງພ້ອມກັບຊາດ, ສ້າງສາດສະໜາ ແລະ ການດຳລົງຊີວິດໃຫ້ດີງາມ. ກົດໝາຍວ່າດ້ວຍການເຫຼື້ອມໃສສາດສະໜາ ໄດ້ຖືກສ້າງຂື້ນ ອີງໃສ່ນະໂຍບາຍສະເໝີຕົ້ນສະເໝີປາຍ ພ້ອມທັງ ເພີ່ມເຕີມຫຼາຍຈຸດໃໝ່ ໃຫ້ສອດຄ່ອງກັບການດຳລົງຊີວີດທາງສາດສະໜາ ໃນປັດຈຸບັນນີ້.
TAG
vovworld/ສາສະໜາ
Related








