VOV WorldVOV World
ບາດລ້ຽວກ່ຽວກັບນະໂຍບາຍພຸດທະສາສະໜາຢູ່ ຫວຽດນາມ
12/01/2018 07:14
(VOVWORLD) - ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາຂອງ ຫວຽດນາມ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018 ໄດ້ຮັບຖືວ່າແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ. ບົດຂຽນຂອງບັນນາທິການ ທູຮວາ ທີ່ພາດຫົວຂໍ້ວ່າ “ບາດລ້ຽວກ່ຽວກັບນະໂຍບາຍພຸດທະສາສະໜາຢູ່ ຫວຽດນາມ”.
ບາດລ້ຽວກ່ຽວກັບນະໂຍບາຍພຸດທະສາສະໜາຢູ່ ຫວຽດນາມ
ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ, ໂດຍສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາເມື່ອເດືອນພະຈິກ 2017, ຫັນເປັນລະບອບບັນດາທັດສະນະຂອງລັດຖະທຳມະນູນປີ 2013 ກ່ຽວກັບການຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ. ກົດໝາຍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງການປ່ຽນໃໝ່ກົນໄກຄຸ້ມຄອງຂອງລັດ ກ່ຽວກັບການເຫຼື້ອມໃສ, ສາສະໜາ, ຈຸດໝາຍສູງສຸດແມ່ນປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງຜູ້ເຫຼື້ອມໃສ, ສາສະໜາ ແລະ ນະໂຍບາຍ, ກົດໝາຍຂອງພັກ, ລັດ.
TAG
VOV/VOVworld/ສາ​ສະ​ໜາ/ກົດ​ໝາຍ/ປະ​ກາດ​ໃຊ້

More