ບໍ່ອາດໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກ ເພື່ອຫັນຄວາມຜິດກາຍເປັນຄວາມຖືກຕ້ອງ
14/05/2014 10:19
ຕໍ່ໜ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມນັ້ນ, ວົງການນັກທະນາຍຄວາມ, ນັກຄົ້ນຄ້ວາກົດໝາຍສາກົນຂອງຫວຽດນາມໄດ້ມີຄຳອະທິບາຍ ແລະ ພະຍານຫຼັກຖານດ້ານກົດໝາຍ ເຜີຍແບການກະທຳລະເມີດຂອງຈີນ
ຕໍ່ໜ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມນັ້ນ, ວົງການນັກທະນາຍຄວາມ, ນັກຄົ້ນຄ້ວາກົດໝາຍສາກົນຂອງຫວຽດນາມໄດ້ມີຄຳອະທິບາຍ ແລະ ພະຍານຫຼັກຖານດ້ານກົດໝາຍ ເຜີຍແບການກະທຳລະເມີດຂອງຈີນ. ເຂົາເຈົ້າຖືວ່າ ຈີນພວມຕັ້ງໃຈເຂົ້າໃຈຜິດສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982, ຕັ້ງໃຈໃຊ້ເລ່ຫຼ່ຽມປ່ຽນແປງຄວາມສຳນຶກເພື່ອຫັນບັນດາເຂດທະເລບໍ່ມີຄວາມຂັດແຍ້ງກາຍເປັນເຂດທະເລມີຄວາມຂັດແຍ້ງ, ຄ່ອຍໆຫັນກົນອຸບາຍຢຶດຄອງທະເລຕາເວັນອອກໃຫ້ປະກົດຜົນເປັນຈິງ. ຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ໃນເຂດໄຫຼ່ທະວີບຂອງຫວຽດນາມ ມາດຕາ 57ຂອງ ສົນທິສັນຍາກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982) ໄດ້ກຳນົດວ່າ ລວງກ້ວາງຂອງເຂດເສດຖະກິດຈຳເພາະຂອງປະເທດໜຶ່ງຕັ້ງຢູ່ແຄມທະເລ ແມ່ນບໍ່ເກີນ 200 ໄມທະເລ. ມາດຕາ 76 ຂອງ UNCLOS 1982 ຍັງກຳນົດວ່າ ໜຶ່ງໃນບັນດາວິທີເລືອກເຟັ້ນເພື່ອກຳນົດລວງກ້ວາງຂອງເຂດໄຫຼ່ທະວີບ ຂອງປະເທດໜຶ່ງຕັ້ງຢູ່ແຄມທະເລ ຢ່າງໜ້ອຍສຸດແມ່ນ 200 ໄມທະເລ. ນອກຈາກນັ້ນ ຍັງມີ 3 ວິທີອື່ນເພື່ອກຳນົດ, ຕາມ UNCLOS 1982 ແລ້ວ, ແມ່ນລ້ວນແຕ່ຫຼາຍກວ່າ 200 ໄມທະເລ. ເປັນອັນວ່າ , ດ້ວຍ 4 ວິທີກຳນົດລວງກ້ວາງຂອງເຂດໄຫຼ່ທະວີບນັ້ນ, ຮ້ານເຈາະນ້ຳມັນ ໄຮຢາງ 981 ຂອງຈີນຊຶ່ງຖືກຕັ້ງຢູ່ບ່ອນຫ່າງຈາກເກາະຫຼີເຊີນຂອງຫວຽດາມ 119 ໄມທະເລ, ແມ່ນໄດ້ນອນເລິກໃນເຂດໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງຫວຽດນາມ.
TAG
vov/vovworld/ຮ້ານເຈາະນ້ຳມັນ/ຈີນຕັ້ງໃຈລະເມີດ
Related








