ບັນດາມາດຕະການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ
13/01/2025 08:46
(VOVWORLD) - ການພັດທະນາວິທະຍາສາດ, ເຕັກໂນລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າ ບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຕົ້ນຕໍເພື່ອນຳ ຫວຽດນາມ ບືນຕົວຂຶ້ນກ້າວເຂົ້າສູ່ສັງກາດໃໝ່. ມະຕິເລກທີ 57 ຂອງກົມການເມືອງ (ເດືອນທັນວາ 2024), ກອງປະຊຸມທົ່ວປະເທດກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ (ວັນທີ 13 ມັງກອນ), ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງວິທະຍາສາດ, ເຕັກໂນໂລຢີ ທີ່ມີຕໍ່ການພັດທະນາຂອງ ຫວຽດນາມ.

ເສັ້ນທາງພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳຂອງ ຫວຽດນາມ, ບັນດາໜ້າທີ່ ແລະ ບັນດາມາດຕະການບຸກທະລຸ, ບໍ່ພຽງແຕ່ຊ່ວຍແກ້ໄຂບັນດາຈຸດອຸດຕັນ, ປົດປ່ອຍກຳລັງປະດິດຄິດສ້າງ, ກຳລັງເຫື່ອແຮງ ແລະ ແຫຼ່ງກຳລັງລົງທຶນຂອງທົ່ວສັງຄົມ ທີ່ມີຕໍ່ວິທະຍາສາດເຕັກໂນໂລຢີເທົ່ານັ້ນ, ຫາກຍັງສ້າງແຮງບັນດານໃຈຢ່າງແຮງ, ຍົກສູງສະຕິຄວາມຮັບຜິດຊອບຂອງບັນດານັກວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດອຸທິດສ່ວນ, ປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ.
TAG
VOV/VOVworld/ວິທະຍາສາດ/ເຕັກໂນລຢີ/ນະວັດຕະກຳ/ການຫັນເປັນດີຈີຕອນແຫ່ງຊາດ
Related
More








