ບັນດາສັງກາດທີ່ສະຫງ່າລາສີພາຍໃຕ້ການນຳພາຂອງພັກ
03/02/2025 09:10
(VOVWORLD) - ກ່ອນນີ້ 95 ປີ (ວັນທີ 3 ກຸມພາ 1930), ຜູ້ນຳ ຫງວຽນອ໊າຍກວັກ (ໝາຍເຖິງ ປະທານ ໂຮ່ຈີມິນ) ໄດ້ເປັນປະທານກອງປະຊຸມໂຮມ 3 ອົງການຄອມມູນິດຢູ່ ຫວຽດນາມ ເຂົ້າເປັນອົງການໜຶ່ງດຽວ ນັ້ນແມ່ນ ພັກຄອມມູນິດ ຫວຽດນາມ. ນີ້ແມ່ນເຫດການສຳຄັນຍິ່ງ, ແມ່ນບາດລ້ຽວຢຸດຕິວິກິດການກ່ຽວກັບແນວທາງກູ້ຊາດ ແລະ ການຈັດຕັ້ງນຳພາຂອງຂະບວນການຮັກຊາດ ຫວຽດນາມ ຕົ້ນສະຕະວັດທີ XX, ນີ້ກໍແມ່ນການເລີ່ມຕົ້ນການຕັດສິນໄຊຊະນະຂອງການປະຕິວັດ ຫວຽດນາມ ແລະ ການພັດທະນາຂອງຊາດໃນບັນດາໄລຍະຕໍ່ມາ.

ບັນດາຜົນງານພັດທະນາຂອງປະເທດຊາດບໍ່ອາດຕັດແຍກອອກຈາກບົດບາດນຳພາຂອງພັກຄອມມູນິດ ຫວຽດນາມ. ໃນໄລຍະທາງ 95 ປີຜ່ານມາ, ພັກໄດ້ນຳພາຊາດ ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາທີ່ເປັນໜ້າຊື່ນຊົມ.
TAG
VOV/VOVworld/ພັກຄອມມູນິດ ຫວຽດນາມ/ບົດບາດນຳພາ/ສະຫງ່າລາສີ/ສັງກາດບຸກບືນ
Related
More








