ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ
03/11/2021 09:24
(VOVWORLD) - ວັນທີ 3 ພະຈິກ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ບຸນກາຣີ, ເກຼັກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ມີບາງການເຄື່ອນໄຫວສອງຝ່າຍ ຢູ່ ປອກຕູການ. ການໄປປະຕິບັດຢູ່ ເອີລົບ ແຕ່ວັນທີ 25 ຕຸລາ ຫາວັນທີ 2 ພະຈິກ ຂອງທ່ານນາງຮອງປະທານປະເທດ ແມ່ນມີຄວາມໝາຍສຳຄັນ ນັບທັງຫລາຍຝ່າຍ ແລະ ສອງຝ່າຍ.

ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ແລະ ທ່ານຮອງນາຍົກລັດຖະມົນຕີ ເກຼັກ Panagiotis Pikkrammenos. (ພາບ:TTXVN) ການຢ້ຽມຢາມ ເປັນການຢັ້ງຢືນ ຫວຽດນາມ ຖື ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ ກັບ 3 ປະເທດຢູ່ ເອີລົບ ເປັນສຳຄັນ ກໍ່ຄື ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ຢູ່ ບັນດາເວທີປາໄສການທູດຫລາຍຝ່າຍ.
TAG
VOV/VOVworld/ຄວາມສະເຫມີພາບ ລະຫວ່າງ ຍິງ-ຊາຍ/ກອງປະຊຸມສຸດຍອດແມ່ຍິງ
Related








