ບັນດາຄຳຖະແຫຼງຜິດພາດທີ່ຈຳເປັນຕ້ອງກ່າວປະນາມ
09/08/2013 17:00
ພາຍຫຼັງມີຜົນງານເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ຢູ່ກຳປູເຈຍ, ທ່ານ ຊາມເຣນຊີ, ຫົວໜ້າພັກ(CNPR)ໄດ້ມີຄຳຖະແຫຼງທີ່ມີລັກສະນະປຸກປັ່ນທາງພາຫະນະສື່ສານສາກົນ, ສົ່ງຜົນສະທ້ອນບໍດີເຖິງການພົວພັນມິດຕະພາບກຳປູເຈຍ - ຫວຽດນາມ

(vovworld) - ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໄກ້ເຮືອນຄຽງ, ຖານອ້າຍນ້ອງທີ່ໃກ້ຊິດສະໜິດຕິດພັນນຳກັນ. ໃນປະຫວັດສາດແຫ່ງສົງຄາມ, ຫວຽດນາມ ແລະ ກຳປູເຈຍ ໄດ້ຮ່ວມຂູມຄອງດຽວກັນ ເພື່ອຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ແລະ ປະຈຸບັນພວມພ້ອມກັນຮ່ວມມືເພື່ອພັດທະນາ. ແຕ່ພັດມີບັນດາຄຳຖະແຫຼງທີ່ຜິດພາດ ເພື່ອແນໃສ່ປຸກປັ່ນ, ກໍ່ຄວາມແບ່ງແຍກຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ມາແຕ່ດົນນານລະຫວ່າງຫວຽດນາມ - ກຳປູເຈຍ. ສິ່ງດັ່ງກ່າວໄປຝືນກັບຄວາມມຸ້ງມາດຖາດຖະໜາລວມຂອງສອງປະເທດ. ບັນນາທິການວິທະຍຸກະຈາຍສຽງຫວຽດນາມມີບົດວິຈານ “ບັນດາຄຳຖະແຫຼງຜິດພາດທີ່ຈຳເປັນຕ້ອງກ່າວປະນາມ” ເຊີນທ່ານຮັບຟັງ.
TAG
ກຳປູເຈຍ
Related








