VOV WorldVOV World
ບັນດາຂໍ້ຕົກລົງທີ່ລະມັດລະວັງ, ແທດເໝາະກັບຈິດໃຈຂອງປະຊາຊົນ
25/06/2014 11:31
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ອັດລົງໃນຕອນເຊົ້າວັນທີ 24/6, ພາຍຫຼັງດຳເນີນມາເປັນເວລາ 28 ວັນ
ບັນດາຂໍ້ຕົກລົງທີ່ລະມັດລະວັງ, ແທດເໝາະກັບຈິດໃຈຂອງປະຊາຊົນ
  ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ອັດລົງໃນຕອນເຊົ້າວັນທີ 24/6, ພາຍຫຼັງດຳເນີນມາເປັນເວລາ 28 ວັນ. ທີ່ກອງ​ປະຊຸມຄັ້ງນີ້, ຫຼາຍບັນດາທີ່ສຳຄັນໄດ້ຖືກນຳມາ ປຶກສາຫາລື, ໃນນັ້ນ, ຕ້ອງເວົ້າເຖິງການຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ ແລະ ເປັນຄັ້ງທຳອິດ ທີ່ສະພາແຫ່ງຊາດຫວຽດນາມ​ໄດ້​ອອກ​ແຈ້ງ​ການ​ຄັດຄ້ານ​ເລື່ອງ​ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ສະພາແຫ່ງຊາດຫວຽດນາມຍັງ​ໄດ້ຕົກລົງ​ໜູນ​ຊ່ວຍ​ເງິນ 16.000 ຕື້ດົງ​ເພື່ອຊ່ວຍຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫາ​ປາ​ຢູ່​ໄກ​ຝັ່ງ, ຕໍ່​ກຳ​ປັ່ນ ​ແລະ ປະກອບ​​ເຄື່ອງພາຫະນະ​ໃຫ້ກຳລັງ​ຕຳຫຼວດ​ທະ​ເລ, ກວກ​ກາ​ການ​ປະມົງ.      ວາລະອັດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 (ພາບ:TTXVN)      ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາແຫ່ງຊາດຫວຽດນາມຊຸດທີ 13 ​ໄດ້​ດຳ​ເນີນ​ໃນ​ສະພາບ​ເສດຖະກິດ​ຫວຽດນາມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2014 ມີ​ການ​ຜັນ​ແປ​ຕາມ​ທ່າ​ອຽງ​ທີ່​ດີ, ລາຍ​ຮັບ​ງົບປະ​ມານ​ບັນລຸ​ໝາກຜົນ​ທີ່​ຕັ້ງໜ້າ​ພໍ​ສົມຄວນ. ​ແຕ່​ການ​ທີ່ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ໄດ້​ພາ​ໃຫ້​ເກີດ​ການລະ​ແວງ​ສົງ​ໄສ​ຫຼາຍ​ຢ່າງ ​ແລະ ວາງສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ.     
TAG
vov/vovworld/ສະພາແຫ່ງຊາດ