ບັນດາສາສະຫນາຢູ່ຫວຽດນາມໄດ້ຮັບການປົກປ້ອງຢ່າງສຸດຂີດ
02/07/2020 10:45
(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານ ກ່ຽວກັບສິດເສລີດ້ານສາສະຫນາສາກົນປະຈຳປີ 2019, ໃນນັ້ນມີບັນດາຂໍ້ມູນທີ່ຜິດກັບຄວາມຈິງ, ຍັງບໍ່ທັນໄດ້ກວດກາຢັ້ງຢືນກ່ຽວກັບສະພາບການຢູ່ຫວຽດນາມ. ສິ່ງນີ້ໄດ້ເຮັດໃຫ້ຫາງສຽງພາຍໃນປະເທດ ຂັດໃຈ. ບັນດາຜູ້ມີຍົດສັກຕຳແຫນ່ງຕ່າງໆທາງສາສະຫນາໄດ້ຢັ້ງຢືນວ່າ ບັນດາສາສະຫນາຢູ່ຫວຽດນາມ ລ້ວນແຕ່ໄດ້ຮັບປະກັນສິດເສລີໃນການເຫລື້ອມໃສ ແລະ ມີຄວາມສະເຫມີພາບຕໍ່ກົດໝາຍ. ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາຢູ່ຫວຽດນາມ ໄດ້ ແລະພວມມີການປະກອບສ່ວນໃຫ້ແກ່ການຮັກສາຈັນຍາບັນສັງຄົມ, ປຸກລຸກມູນເຊື້ອມະນຸດສະທຳ, ຮັກແພງຊ່ວຍເຫລືອກັນໃນວົງຄະນາຍາດ.

ບັນດາອົງການ, ສ່ວນບຸກຄົນຂອງສາສະຫນາຕ່າງໆຢູ່ຫວຽດນາມປະກອບສ່ວນເຂົ້າໃນວຽກງານຍູ້ໂລກລະບາດ ໂຄວິດ 19 ໃຫ້ຖອຍໄປ ພາບ:thanhuytphcm.vn ເມື່ອເກີດໂລກລະບາດໂຄວິດ 19, ປະຊາຊົນຫວຽດນາມ ດ້ວຍບັນດາສາສະຫນາ ແລະ ການເຫລື້ອມໃສທີ່ແຕກຕ່າງກັນ ທັງໝົດລ້ວນແຕ່ເປັນຈິດຫນຶ່ງໃຈດຽວຕອບສະຫນອງຄຳສັ່ງຂອງນາຍົກລັດຖະມົນຕີ ໄດ້ຢຸດຕິບັນດາການເຄື່ອນໄຫວດ້ານສາສະຫນາ, ງານບຸນຕ່າງໆເພື່ອສະກັດກັ້ນການແຜ່ເຊື້ອຂອງໂລກລະບາດ. ບໍ່ພຽງເທົ່ານັ້ນ ພຸດທະສາສະນີກະຊົນນັບລ້ານໆຄົນໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນ ຕັ້ງຫນ້າລະດົມແຫລ່ງກຳລັງ ປະກອບສ່ວນໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດ. ບັນດາອົງການ, ສ່ວນບຸກຄົນຂອງພຸດທະສາສະຫນາ, ຄິດທະສາສະຫນາ, ໂປແຕດສະຕັງ, ສາດສະຫນາ ຮ່ວາຫາວ, ກາວດ່າຍ ແລະສາສະຫນາອື່ນໆໄດ້ບໍລິຈາກ ເງິນສົດນັບສິບໆຕື້ດົງພ້ອມກັບເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດທີ່ມີຄ່າ.. ປະກອບສ່ວນເຂົ້າໃນວຽກງານຍູ້ໂລກລະບາດ ໂຄວິດ 19 ໃຫ້ຖອຍໄປໃນທົ່ວປະເທດຫວຽດນາມ.
TAG
VOV/VOVworld/ສາມັກຄີ/ກຸ່ມກ້ອນມະຫາສາມັກ
Related
More








