ບັນດາສັນຍານສັນຕິພາບໃນແຫຼມ ເກົາຫຼີ
13/03/2018 07:54
(VOVWORLD) - ປີ 2017, ແມ່ນປີແຫ່ງຄວາມເຄັ່ງຕຶງລະຫວ່າງ ພຽງຢາງ ແລະ ວໍຊິງຕັນ ດ້ວຍ “ຮອບວົນວຽນ” ທົດລອງລູກສອນໄຟ - ການນາບຂູ່ສົງຄາມ - ເພີ່ມມາດຕະການລົງໂທດ.

ສະພາບການໃນແຫຼມ ເກົາຫຼີ ໃນຊຸມເດືອນຕົ້ນປີ 2018 ໄດ້ຫັນໄປ 180 ອົງສາ ເມື່ອທຽບໃສ່ກັບຄວາມເຄັ່ງຕຶງປີນຂັ້ນໄດໃນປີ 2017. ບັນດາການຫັນປ່ຽນຕັ້ງໜ້າໄດ້ປະກົດຂຶ້ນຢ່າງລຽນຕິດ ແລະ ໃໝ່ສຸດ ນັ້ນແມ່ນ ວັນທີ 08 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ໃນການພົບຄັ້ງປະສຸດຍອດຄັ້ງທຳອິດ. ບັນດາການຜັນແປນີ້ ແມ່ນສັນຍານຕັ້ງໜ້າສຳລັບສັນຕິພາບໃນແຫຼມ ເກົາຫຼີ ແຕ່ຍັງມີຄວາມຫຍຸ້ງຍາກບໍ່ໜ້ອຍຢູ່ຕໍ່ໜ້າ ເພື່ອຫັນຖະແຫຼງການຂອງບັນດາຝ່າຍເປັນການປະຕິບັດ. ແຜນທີ່ແຫຼມ ເກົາຫຼີ (ພາບ:Google Map) ປີ 2017, ແມ່ນປີແຫ່ງຄວາມເຄັ່ງຕຶງລະຫວ່າງ ພຽງຢາງ ແລະ ວໍຊິງຕັນ ດ້ວຍ “ຮອບວົນວຽນ” ທົດລອງລູກສອນໄຟ - ການນາບຂູ່ສົງຄາມ - ເພີ່ມມາດຕະການລົງໂທດ. ມາຮອດປີ 2018, ໃນສານອວຍພອນປີໃໝ່, ການນຳ ສປປ.ເກົາຫຼີ Kim Yong-un ໄດ້ສະແດງເຈດຕະນາດີພ້ອມແລ້ວທີ່ຈະເຈລະຈາກັບ ເຊີອູນ. ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຍາດແຍ່ງທຸກກາລະໂອກາດ ເຖິງວ່າມັນອາດຈະເປັນໄປ ບໍ່ໄດ້ກໍ່ຕາມ ເພື່ອປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ຜ່ານນັ້ນ ຊອກຫາວິທີສວມບົດບາດເປັນຄົນກາງໄກ່ເກ່ຍລະຫວ່າງ ພຽງຢາງ ແລະ ວໍຊິງຕັນ.
TAG
VOV/VOVworld/ແຫຼມ ເກົາຫຼີ/ອາເມລິກາ
Related
More








