VOV WorldVOV World
ບັນດາທັດສະນະ, ວິທີການແກ້ໄຂໃໝ່ໃນການກໍ່ສ້າງຖັນແຖວສະມາຊິກພັກ
23/12/2016 12:26
ປີ 2016, ຊຶ່ງ​ເປັນ​ຂີດ​ໝາຍ​ບາດ​ກ້າວ​ເດີນ​ໃໝ່​ໃນ​ວຽກ​ງານ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຊິກ​​ພັກ​ກອມ​ມູ​ນິດຫວຽດ​ນາມ. ນັ້ນ​ແມ່ນ ພັກ​ໄດ້​ຜັນ​ຂະ​ຫຍ​າຍ ມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12
ບັນດາທັດສະນະ,  ວິທີການແກ້ໄຂໃໝ່ໃນການກໍ່ສ້າງຖັນແຖວສະມາຊິກພັກ
ປີ 2016, ຊຶ່ງ​ເປັນ​ຂີດ​ໝາຍ​ບາດ​ກ້າວ​ເດີນ​ໃໝ່​ໃນ​ວຽກ​ງານ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຊິກ​​ພັກ​ກອມ​ມູ​ນິດຫວຽດ​ນາມ. ນັ້ນ​ແມ່ນ ພັກ​ໄດ້​ຜັນ​ຂະ​ຫຍ​າຍ ມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ການ “ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ; ສະ​ກັດ​ກັ້ນ, ຍ​ູ້​ການ​ເສື່ອມ​ເສຍ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນສົມ​ບັດ, ວິ​ຖີ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ        “ ຜັນ​ແປ​ເອງ ” “ຫັນ​ປ່ຽນ​ເອງ” ຢູ່​ພາຍ​ໃນພັກ​ໃຫ້​ຖອຍ​ໄປ ແລະ ຄຳ​ສັ່ງ 05/ສ.ກ ກ່ຽວ​ກັບ​ການ​ຍູ້​ແຮງການ​ຮ່ຳ​ຮຽນ ແລະ ເ​ຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ບຸກ​ຄະ​ລິກ​ກະ​ພາບ ໂຮ່​ຈິ​ມິນ. ນີ້​ແມ່ນ​ບັນ​ດາ​ທັດ​ສະ​ນະ, ວິ​ທີ​ການ​ແກ້​ໄຂ​ໃໝ່ໃນວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກ  ” .    ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ        ດ້ວຍ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ແລະ ຄຳ​ສັ່ງ 05/TW ໃນ​ປີ 2016, ພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປັບ​ປຸງ​ພັກ​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ໃໝ່​ການກໍ່​ສ້າງ​ພັກ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໂດຍ​ພາ​ວະ​ວິ​ໄສ, ແມ່ນ​ວຽກ​ງານ​ທົ່ວ​ໄປ ແລະ ປະ​ຕິ​ບັດ​ເປັນ​ປະ​ຈຳ​ຂອງບໍ່​ວ່າ​ພັກ​ປະ​ຕິ​ວັດ​ທີ່​ເປັນ​ທຳ​ໃດໆ ແລະ ຢູ່ບໍ່​ວ່າ​ໄລ​ຍະ​ໃດໆ.
TAG
vovworld/ພັກ​ກອ​ມມູ​ນິດ ຫວຽດ​ນາມ