VOV WorldVOV World
ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ
02/09/2021 03:00
(VOVWORLD) - ກ່ອນນີ້ 76 ປີເຕັມ, ວັນທີ 2 ກັນຍາ ປີ 1945, ຢູ່ ສະຫນາມຫລວງ ບາດີ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ. ຄຽງຂ້າງຄວາມໝາຍພິເສດນັ້ນແມ່ນ ໄດ້ຖະແຫລງກັບໂລກກ່ຽວກັບການສະຖາປະນາປະເທດຫວຽດນາມ ທີ່ເອກະລາດ, ເສລີພາບ, ບົດຖະແຫລງປະກາດເອກະລາດ ຍັງມີຄຸນຄ່າປະຫວັດສາດ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງ, ສະແດງໃຫ້ເຫັນສະຕິປັນຍາ ແລະ ວິໄສທັດຂ້າມຍຸກສະໄຫມຂອງປະທານ ໂຮ່ຈີມິນ ອິກດ້ວຍ.
ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ
ປະທານໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດຢູ່ສະຫນາມຫລວງ ບາດີ່ງ ເມື່ອວັນທີ 2/9/1945. (ພາບ: baothanhhoa.vn ) ເປີດສາກບົດຖະແຫລງປະກາດເອກະລາດ, ທ່ານປະທານໂຮ່ຈີມິນ ຢັ້ງຢືນ: “ທຸກຄົນເມື່ອໄດ້ກຳເນີດລ້ວນແຕ່ມີສິດສະເຫມີພາບ. ເຂົາເຈົ້າລ້ວນແຕ່ມີສິດຊື່ງບໍ່ມີຜູ້ໃດສາມາດຫວງຫ້າມໄດ້; ໃນບັນດາສິດນັ້ນ, ມີສິດໄດ້ມີຊີວິດ, ສິດເສລີພາບ ແລະ ສິດມີຄວາມຜາສຸກ. ຄຳເວົ້າທີ່ອະມະຕະນັ້ນ ໄດ້ບັນທຶກໃນບົດຖະແຫລງປະກາດເອກະລາດຂອງອາເມລິກາ ເມື່ອປີ 1776.
TAG
VOV/VOVworld/ອຸ​ດົມ​ຄະ​ຕິ​/​ພາ​ວະ​ວິ​ໄສ/​ເອ​ກະ​ລາດ

More