ຮັບປະກັນການຜັນຂະຫຍາຍປະຕິບັດກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ຢ່າງມີປະສິດທິຜົນ
09/07/2014 10:33
(vovworld)- ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ເລີ່ມມີຜົນສັກສິດ ນັບແຕ່ວັນທີ 1/7 ເປັນຕົ້ນໄປ. ການປະຕິບັດກົດໝາຍສະບັບນີ້ມີຄວາມໝາຍສຳຄັນ

ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງ (vovworld)- ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ເລີ່ມມີຜົນສັກສິດ ນັບແຕ່ວັນທີ 1/7 ເປັນຕົ້ນໄປ. ການປະຕິບັດກົດໝາຍສະບັບນີ້ມີຄວາມໝາຍສຳຄັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດສັງຄົມ, ຮັບປະກັນການຄຸ້ມຄອງທີ່ດິນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ກະຈ່າງແຈ້ງ ແລະ ມີປະຊາທິປະໄຕ. ເພາະສະນັ້ນ, ການກະກຽມເພື່ອຜັນຂະຫຍາຍກົດໝາຍສະບັບນີ້ມີປະສິດທິຜົນໄດ້ຮັບການປະຕິບັດຢ່າງຄົບຊຸດ ແລະ ຕັ້ງໜ້າຈາກບັນດາທ້ອງຖິ່ນ, ຂະແໜງການ, ຂັ້ນຕ່າງໆໃນໄລຍະທີ່ຜ່ານມາ. ຕົ້ນປີ 2014, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ອອກຄຳສັ່ງກ່ຽວກັບການຜັນຂະຫຍາຍປະຕິບັດ ກົດໝາຍວ່າດ້ວຍທີ່ດິນ, ໃນນັ້ນ, ຮຽກຮ້ອງໃຫ້ຮີບເຮັ່ງກະກຽມບັນດາເງື່ອນໄຂເພື່ອປະຕິບັດກົດໝາຍ, ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນເປັນຢ່າງດີ, ສ້າງການຫັນປ່ຽນຢ່າງຈະແຈ້ງກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ. ໂດຍຖັດຈາກ ຄຳສັ່ງຂອງນາຍົກລັດຖະມົນຕີ, ບັນດາແຂວງ, ນະຄອນໄດ້ໄດ້ສ້າງແຜນການ, ຜັນຂະຫຍາຍປະຕິບັດ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ, ຈັດຕັ້ງກອງປະຊຸມຝຶກອົບຮົມ, ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນປີ 2013 ໃຫ້ແກ່ບັນດາພະນັກງານ, ການນຳເມືອງ, ຕາແສງທີ່ກ່ຽວຂ້ອງເຖິງການຄຸ້ມຄອງລັດກ່ຽວກັບທີ່ດິນ.
TAG
vov/vovworld/ກົດໝາຍວ່າດ້ວຍທີ່ດີນ
Related








