ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ
24/05/2017 07:06
(VOVWORLD) - ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫາກໍ່ໄດ້ຮັບການປຶກສາຫາລື ແລະ ຄາດວ່າ ຈະຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ມີຄວາມໝາຍສຳຄັນສຳລັບການພັດທະນາຂອງພື້ນຖານເສດຖະກິດ, ພິເສດ ພາຍຫລັງມີມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ທີ່ເວທີປາໄສສະພາແຫ່ງຊາດ, ເນື້ອໃນກ່ຽວກັບການໜູນຊ່ວຍວິສາຫະກິດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈເປັນພິເສດວ່າ ເຮັດແນວໃດ ໃຫ້ບັນດາຂໍ້ກຳນົດໃນຮ່າງກົດໝາຍໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ມີການຜັນຂະຫຍາຍຢ່າງງ່າຍດາຍ. ບັນນາທິການ VOV ໄດ້ລວບລວມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍສະບັບນີ້ ຜ່ານບົດຂຽນ ຮັບປະກັນລັກສະນະປະສິດທິຜົນ ໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ປະຈຸບັນ ຫວຽດນາມ ມີວິສາຫະກິດພວມເຄື່ອນໄຫວປະມານ 612.000 ແຫ່ງ, ໃນນັ້ນມີ 97 – 98% ແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ເພາະສະນັ້ນ ເມື່ອທຽບໃສ່ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 2, ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຄັ້ງນີ້ ກຳນົດນະໂຍບາຍໃໝ່ຫລາຍຢ່າງ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຄື: ນະໂຍບາຍໜູນຊ່ວຍລາຄາເຊົ່າເນື້ອທີ່ດິນ, ກຳນົດນະໂຍບາຍໜູນຊ່ວຍລວມຢ່າງລະອຽດ ແລະ ນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ຄອບຄົວດຳເນີນທຸລະກິດປ່ຽນໃໝ່ມີຫົວຄິດປະດິດສ້າງ.
TAG
VOV/VOVworld/ທຳການຜະລິດ/ດຳເນີນທຸລະກິດ
Related
More








