ຮັບປະກັນສິດພັດທະນາວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍ
18/04/2018 09:09
(VOVWORLD) - ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ພວມດຳເນີນໄປຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ຮ່າໂນ້ຍ ແມ່ນຕົວຢ່າງລະອຽດກ່ຽວກັບເລື່ອງ ຫວຽດນາມ ຖືເປັນສຳຄັນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ຂອງບັນດາເຜົ່າ ຫວຽດນາມ.

ເຖິງວ່າຈຳນວນປະຊາກອນກວມອັດຕາສ່ວນນ້ອຍກໍ່ຕາມ, ແຕ່ບັນດາຊົນເຜົ່າສ່ວນໜ້ອຍແມ່ນເລືອດເນື້ອເຊື້ອໄຂສ່ວນໜຶ່ງຂອງຊາດ ຫວຽດນາມ. ໃນທ່າອ່ຽງທີ່ປະເທດພວມເຊື່ອມໂຍງເຂົ້າກັບສາກົນ ແລະ ຫັນເປັນໂລກາພິວັດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ດຳເນີນໄປພ້ອມກັບນະໂຍບາຍອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ພ້ອມກັບເລື່ອງເອົາໃຈໃສ່ຕໍ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໃຫ້ພໍ່ແມ່ປະຊາຊົນ. ບົດຂຽນຂອງບັນນາທິການ ທູຮວາ “ຮັບປະກັນສິດພັດທະນາວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍຢູ່ ຫວຽດນາມ”. ພາບປະກອບ ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ພວມດຳເນີນໄປຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ຮ່າໂນ້ຍ ແມ່ນຕົວຢ່າງລະອຽດກ່ຽວກັບເລື່ອງ ຫວຽດນາມ ຖືເປັນສຳຄັນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ຂອງບັນດາເຜົ່າ ຫວຽດນາມ. ເຫດການດັ່ງກ່າວ ໄດ້ຈັດຕັ້ງປະຈຳປີນັບແຕ່ປີ 2010 ມາຮອດປັດຈຸບັນ ກໍ່ສະແດງໃຫ້ເຫັນວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໄດ້ຢັ້ງຢືນ ແລະ ອະນຸລັກຮັກສາ ວັດທະນະທຳຫລາຍຮູບຫລາຍແບບທີ່ເປັນມູນເຊື້ອຂອງຕົນໄວ້ດ້ວຍຕົນເອງ.
TAG
VOV/VOVworld/ສິດ/ພັດທະນາວັດທະນະທຳ/ຊາວເຜົ່າສ່ວນໜ້ອຍ
Related
More








