ຮັບປະກັນສິດທິມະນຸດໃນການສຶກສາອົບຮົມ, ດັດສ້າງນັກໂທດ
07/10/2016 11:09
ການດັດສ້າງນັກໂທດແມ່ນການເຄື່ອນໄຫວສຶກສາອົບຮົມທີ່ມີຈຸດພິເສດສະເພາະຊ່ວຍໃຫ້ເຂົາເຈົ້າມີການຫັນປ່ຽນກ່ຽວກັບລະດັບຄວາມຮັບຮູ້, ທ່າທີ, ການກະທຳຕາມທິດຕັ້ງໜ້າເພື່ອກະກຽມໃຫ້ແກ່ໄລຍະເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່

ການດັດສ້າງນັກໂທດແມ່ນການເຄື່ອນໄຫວສຶກສາອົບຮົມທີ່ມີຈຸດພິເສດສະເພາະຊ່ວຍໃຫ້ເຂົາເຈົ້າມີການຫັນປ່ຽນກ່ຽວກັບລະດັບຄວາມຮັບຮູ້, ທ່າທີ, ການກະທຳຕາມທິດຕັ້ງໜ້າເພື່ອກະກຽມໃຫ້ແກ່ໄລຍະເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່. ຫວຽດນາມເຊີດຊູລັກສະນະມະນຸດສະທຳ, ວັດທະນະທຳມະນຸດຢ່າງເລິກເຊິ່ງໃນນະໂຍບາຍ, ກົດໝາຍ ແລະ ການເຄື່ອນໄຫວຕົວຈິງຂອງຂົງເຂດນີ້. ພິທີປະກາດຂໍ້ຕົກລົງຂອງປະທານປະເທດກ່ຽວກັບການອະໄພຍະໂທດກ່ອນກຳນົດໃຫ້ແກ່ນັກໂທກ ໂຄງການການເມືອງຂອງພັກກອມມູນິດຫວຽດນາມໄດ້ລະບຸວ່າ : “ມະນຸດແມ່ນໃຈກາງຂອງຍຸດທະສາດພັດທະນາ, ພ້ອມທັງແມ່ນເຈົ້າຂອງການພັດທະນາ. ເຄົາລົບ ແລະ ປົກປ້ອງສິດທິມະນຸດ, ສິດທິມະນຸດຕ້ອງຕິດພັນກັບສິດ ແລະ ຜົນປະໂຫຍດຂອງປະເທດຊາດ ແລະ ສິດເປັນເຈົ້າຂອງປະຊາຊົນ”. ໂດຍປະຕິບັດບັນດາໂຄງການການເມືອງ, ເອກະສານຂອງພັກ, ມາຮອດປະຈຸບັນ ລັດຫວຽດນາມໄດ້ເຂົ້າຮ່ວມ ແລະ ລົງນາມໃນບັນດາສົນທິສັນຍາສາກົນອັນເປັນພື້ນຖານກ່ຽວກັບສິດທິມະນຸດເກືອບທັງໝົດ. ສິ່ງນີ້ ກໍເປັນພື້ນຖານເພື່ອໃຫ້ຫວຽດນາມຜັນຂະຫຍາຍຈຸດປະສົງມະນຸດສະທຳໃນການເຄື່ອນໄຫວສຶກສາອົບຮົມ, ດັດສ້າງນັກໂທດ, ອະໄພຍະໂທດ ປ່ອຍຕົວກ່ອນກຳນົດ ແລະ ໜູນຊ່ວຍນັກໂທດເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່.
TAG
vovworld/ນັກໂທດ
Related








