Chi Dao TSCT
14/07/2014 11:00
ເລື່ອງບັນລຸໄດ້ຖະແຫຼງການກ່ຽວກັບວິໄສທັດຮ່ວມ ຫວຽດນາມ - ອາເມລິກາ ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳ 2 ປະເທດໃນການກຳນົດທິດທາງພົວພັນໃນ 20 ປີຈະມາເຖິງໃນທຸກໆຂົງເຂດ. ເອກະສານ 15 ສະບັບໄດ້ຮັບການລົງນາມໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໃນນັ້ນມີສັນຍາກ່ຽວກັບການເກັບພາສີຊ້ອນ, ເປັນເອກະພາບກ່ຽວກັບການຊຸກຍູ້ວິວັດການເຈລະຈາເພື່ອສາມາດ, ເຊັນສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ໂດຍໄວ, ແກ້ໄຂຮົ້ວກີດຂວາງດ້ານການຄ້າ. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ ໃຫ້ຮູ້ວ່າ: “ໃນຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ອາເມລິກາ, 2 ຝ່າຍຢັ້ງຢືນສົມທົບກັນກັບຝ່າຍຕ່າງໆທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນເພື່ອສິ້ນສຸດສັນຍາ TPP ໂດຍໄວ ແລະ ປະຕິບັດບັນດາການປະຕິຮູບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສູງ ແລະ ລັກສະນະຮອບດ້ານຂອງ TPP. ແນ່ນອນວ່າ ພາຍຫຼັງການຢ້ຽມຢາມຄັ້ງປະຫວັດສາດນີ້, ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດຈະມີບາດກ້າວພັດທະນາໃໝ່”
TAG
vovworld/ປະຫວັດສາດ
Related








