VOV WorldVOV World
ຈຸດເລີ່ມຕົ້ນໃໝ່ຈາກການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ
17/07/2018 07:54
(VOVWORLD) - ການພົບປະທີ່ໄດ້ຮັບຄວາມມຸ່ງຫວັງລໍຄອຍທີ່ສຸດໃນລະດູຮ້ອນປີນີ້ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ອາເມລິກາ Donlad Trump ໄດ້ດຳເນີນໃນວັນທີ 16 ກໍລະກົດ ຢູ່ປະເທດ ແຟງລັງ, ເຊິ່ງໝາກຜົນບັນລຸໄດ້ແມ່ນເກີນຄວາມມຸ້ງຫວັງ ເມື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຕົ້ນຕໍ.
ຈຸດເລີ່ມຕົ້ນໃໝ່ຈາກການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ
ນັກຊ່ຽວຊານຫລາຍທ່ານມີຄວາມປະເອີບໃຈຖືວ່າ: ໝາກຜົນແຫ່ງການພົບປະແມ່ນປະຖົມປັດໄຈເພື່ອໃຫ້ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ແຕ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອໃຫ້ 2 ປະເທດສາມາດພ້ອມກັນຮ່ວມມື.   ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ອາເມລິກາ Donlad Trump (ພາບ: Guardian )         ໃນການພົບປະ, ເຈລະຈາຢູ່ ແຟງລັງ ພຽງ 4 ຊົ່ວໂມງເທົ່ານັ້ນ, ບັນດາບັນຫາພົ້ນເດັ່ນທັງໝົດໃນການພົວພັນ 2 ຝ່າຍ ກໍ່ຄືສາກົນ ລ້ວນແຕ່ໄດ້ຮັບການເຕື້ອງເຖິງຈາກການນຳ 2 ທ່ານຂອງ 2 ປະເທດມະຫາອຳນາດແຖວໜ້າໂລກ. ແຕ່ເລື່ອງ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ, ເລື່ອງ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (START ໃໝ່), ຕະຫລອດຮອດການແກ້ໄຂວິກິດການຢູ່ ຊີຣີ, ບັນຫານິວເຄຼຍຂອງ ອີຣານ ແລະ ແຫຼມ ເກົາຫຼີ.         ອາດເວົ້າໄດ້ວ່າ ເນື້ອໃນການປຶກສາຫາລືຮອບດ້ານພໍສົມຄວນ ແລະ ລ້ວນແຕ່ແມ່ນບັນດາບັນຫາຄອບງຳການພົວພັນ ລັດເຊຍ - ອາເມລິກາ ໃນປັດຈຸບັນ.
TAG
VOV/VOVworld/ລັດເຊຍ/ອາເມລິກາ/ການ​ພົບ​ປະ​ສຸດຍອດ

More