VOV WorldVOV World
COP – 19 : ບັນດາສັນຍານທີ່ບໍ່ປະເອີບໃຈຈາກ Warsaw
20/11/2013 09:33
ກອງ​ປະຊຸມ​ COP-19 ພວມ​ຖືກ​ດຳ​ເນີນ​ຢູ່​ນະຄອນຫຼວງ Warsaw ຂອງໂປໂລຍ ເປັນເວລາ 12 ວັນ, ດ້ວຍ​ຄວາມ​ຫວັງ​ຈະ​ບັນລຸ​ບາດກ້າວ​ໃໝ່​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຕ້ານ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ
COP – 19 : ບັນດາສັນຍານທີ່ບໍ່ປະເອີບໃຈຈາກ Warsaw
ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki - moon ກ່າວຄຳເຫັນທີ່ກອງ ປະຊຸມສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຄັ້ງ​ທີ 19 (ພາບ:AFP)     ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຄັ້ງ​ທີ 19 (COP-19) ພວມ​ຖືກ​ດຳ​ເນີນ​ຢູ່​ນະຄອນຫຼວງ Warsaw ຂອງໂປໂລຍ ເປັນເວລາ 12 ວັນ, ດ້ວຍ​ຄວາມ​ຫວັງ​ຈະ​ບັນລຸ​ບາດກ້າວ​ໃໝ່​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຕ້ານ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ ​ແນ​ໃສ່​ທົດ​ແທນ​ໃຫ້​ອະນຸ​ສັນຍາ Kyoto ຊຶ່ງ​ຈະໝົດ​ກຳນົດ​ເວ​ລາ​ໃນປີ 2020. ​ແຕ່​ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ເກີດ​ຂື້ນ​ຢູ່ Warsaw ນັ້ນ, ຫາກ​ສຽງ​ຍາກ​ທີ່​ຈະ​ຄອງ​ຄອຍ​ຕໍ່​ການ​ບັນລຸ​ໝາກຜົນ​ທີ່​ດີ.     ທີ່​ກອງ​ປະຊຸມ COP – 17 ທີ່​ຈັດ​ຂຶ້ນຢູ່ ດູ​ບານ ປະ​ເທດ​ອາບ​ຟະ​ລິ​ກາ​ໃຕ້​ເມື່ອ​ປີ 2011, ບັນດາ​ປະ​ເທດ​ໄດ້​ກ້າວ​ໄປ​ສູ່​ຄວາມ​ເປັນ​ເອກະ​ພາບກ່ຽວ​ກັບ​​ຄຳ​ໝັ້ນ​ສັນຍາ ໄລຍະ​​ຕໍ່​ໄປ​ຂອງ ອະນຸ​ສັນຍາ Kyoto ນັ້ນ​ແມ່ນ​ແຕ່​ປີ 2013 ຫາ 2015 ​ແລະ ​ເຫັນ​ດີ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ສະບັບໃໝ່ ຊຶ່ງ​ຄາດ​ວ່າ ຈະ​ສ​ໄລັດ​ໃນ​ປີ 2015 ​ແລະ ​ເລີ່ມນຳ​ໃຊ້​ນັບ​ແຕ່​ປີ 2020 ​ໃຫ້​ທຸກໆ​ປະ​ເທດ. ດັ່ງ​ນັ້ນ, ​ເນື້ອ​ໃນ​ຂອງ COP – 19 ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ມີ​ຄວາ​ມສຳຄັນ​ພິ​ເສດ​ເພາະ​ປີ 2013 ​ແມ່ນ​ຫຼັກ​ໝາຍ​ເ​ລີ່​ມປະຕິບັດອະນຸ​ສັນຍາ Kyoto ​ໄລຍະ​ທີ 2. ພ້ອມ​ກັນ​ນັ້ນ, ປີ 2013 ຍັງ​ແມ່ນ​ປີ​ທີ 2 ທີ່​ບັນດາ​ປະ​ເທດກ້າວ​ເຂົ້າ​ສູ່​ການ​ປຶກສາ​ຫາລືກອບ​ກົດໝາຍ​ທົ່ວ​ໂລກ​ໃໝ່​ຊຶ່ງ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2015.
TAG
vov/vovworld/ກອງ ປະຊຸມສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ

More