CPTPP ກຳລັງຫນູນໃຫ້ການຄ້າທົ່ວໂລກ
08/03/2018 09:58
(VOVWORLD) - ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ປະຈຸບັນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ໂດຍໄດ້ຮັບການລົງນາມຢ່າງເປັນທາງການຈາກ 11 ປະເທດໃນວັນທີ 8 ມີນາ ຢູ່ ປະເທດ ຈີເລ. ສັນຍາສະບັບໃຫມ່ນີ້ ໄດ້ຮັບຄວາມມຸ້ງຫວັງ ຈະນຳມາເຊິ່ງບັນດາກາລະໂອກາດໃຫຍ່ໃນເຂດການຄ້າເສລີ ຈາກ ທະວີບ ອາເມລິກາ ຕະຫລອດຮອດ ອາຊີ, ແມ່ນກຳລັງຫນູນດ້ານການຄ້າທົ່ວໂລກ.

ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ, CPTPP ຫລື ເອີ້ນວ່າ TPP -11 ໂດຍ 11 ປະເທດສະມາຊິກ ເປັນເອກະພາບ ທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ຢູ່ ນະຄອນ ດາຫນັງ, ຫວຽດນາມ ຢູ່ ນອກ ກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊິຟີກ (APEC) ໃນເດືອນພະຈິກປີ 2017. ທີ່ກອງປະຊຸມຂອງ 11 ຫົວຫນ້າຄະນະເຈລະຈາ ຢູ່ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອເດືອນມັງກອນຜ່ານມາ, ບັນດາຝ່າຍ ອີກຄັ້ງຫນຶ່ງໄດ້ເຫັນດີເປັນເອກະພາບບັນດາບັນຫາທີ່ຍັງຄົງຄ້າງ, ດຳເນີນການກວດກາຄືນດ້ານ ນິຕິກຳກໍ່ຄືສຳເລັດບັນດາລະບຽບການພາຍໃນ ເພື່ອລົງນາມໃນສັນຍາສະບັບນີ້ຢ່າງເປັນທາງການ. CPTPP ໄດ້ຮັບການສ້າງຂຶ້ນ ແມ່ນບາດລ້ຽວປະຫວັດສາດ ໃນດ້ານການຄ້າໂລກ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ, ນຳຫນ້າແມ່ນປະເທດ ຍີ່ປຸ່ນ, ພາຍຫລັງ ອາເມລິກາ ຖະແຫລງຖອນອອກຈາກສັນຍານີ້.
TAG
VOV/VOVworld/ ການຄ້າຫລາຍຝ່າຍ
Related
More








