VOV WorldVOV World
ດຶງດູດແຫຼ່ງກຳລັງຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອພັດທະນາປະເທດຊາດ
14/11/2016 08:46
ຊາວ​ຫວຽດ​ນາມກວ່າ 500 ຄົນ​ທີ່​ອາ​ໄສ​ຢູ່ຫຼາຍ​ແຫ່ງ​ໃນ​ໂລກ​ໄດ້​ມາ​ຮ່ວມກອງ​ປະ​ຊຸມທີ່​ມີ​ຫົວ​ຂໍ້: “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ນະ​ຄອນ​ໂຮ່​ຈິ​ມິນ​ພັດ​ທະ​ນາ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”
ດຶງດູດແຫຼ່ງກຳລັງຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອພັດທະນາປະເທດຊາດ
ຊາວ​ຫວຽດ​ນາມກວ່າ 500 ຄົນ​ທີ່​ອາ​ໄສ​ຢູ່ຫຼາຍ​ແຫ່ງ​ໃນ​ໂລກ​ໄດ້​ມາ​ຮ່ວມກອງ​ປະ​ຊຸມທີ່​ມີ​ຫົວ​ຂໍ້: “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ນະ​ຄອນ​ໂຮ່​ຈິ​ມິນ​ພັດ​ທະ​ນາ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ” ຊຶ່ງ​ຈືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ແລະ 13/11 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ກອງ​ປະ​ຊຸມ​ໄດ້​ປຸກລະ​ດົມ ແລະ ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ​ຂອງ​ບັນ​ດາ​ນັກ​ປັນ​ຍາ​ຊົນ, ນັກ​ທຸລະ​ກິດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊອ​ກຫາວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ທີ່​ຮີບ​ດ່ວນ ກໍ​ຄື​ຍາວ​ນານ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ, ນຳ​ນະ​ຄອນ​ກາຍ​ເປັນ​ຮູບ​ແບບ​ວຽກ​ງານ​ຂົນ​ຂວາຍ, ສ້າງ​ນະ​ໂຍ​ບາຍ​ປຸ​ລະ​ດົມ​ການ​ປະ​ກອບ​ສ່ວນ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ບັນ​ດາ​ຜູ້​ຊ​່ຽວ​ຊານ, ນັກ​ປັນ​ຍາ​ຊົນຊາວ​ຫວຽດ​ນາມ​ທີ່​ພວມອາ​ໄສ​ຢູ່​ຕ່າງ​ປະ​ເທດ                                 (ພາບ:TTXVN)           ປະ​ຊາ​ຄົມ ຊາວ​ຫວຽດ​ນາມທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ໄດ້, ແມ່ນ​ຂົວ​ເຊື່ອມ​ຕໍ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ປະ​ເທດ​ຕ່າງໆ. ໄລ​ຍະ​ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ຈັດ​ຕັ້ງຫຼາຍ​ລາຍການ​ເຄື່ອນ​ໄຫ​ວທີ່​ອຸ​ດົມ​ສົມ​ບູນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ, ອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ກອງ​ປະ​ຊຸມ: “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ນະ​ຄອນ​ໂຮ່​ຈິ​ມິນ” ແມ່ນ​ເຫດ​ການ​ໃຫຍ່​ທຳ​ອິດ​ທີ່​ຈັດ​ຕັ້ງ​ໃຫ້​ແກ່ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ນະ​ຄອນ​ໂຮ່​ຈິ​ມິນ ເພາະ​ນີ້​ແມ່ນ​ນະ​ຄອນ​ນຳ​ໜ້າ​ທົ່ວ​ປະ​ເທດໃນ​ວິ​ວັດ​ທະ​ນາ​ການ​ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.    
TAG
vovworld/ຊາວ​ຫວຽດ​ນາມ/ຕ່າງ​ປະ​ເທດ

More